lo_tn/job/11/01.md

3.3 KiB

ໂຊ­ຟາ​ຊາວ​ນາ­ອາ­ມາ

ແມ່ນຊື່ຂອງຊາຍຄົນນີ້ຄືກັບການແປໃນຂໍ້ 2:11. ອາດຈະແປໄດ້ອີກວ່າ: "ໂຊ­ຟາ ຊາວ​ນາ­ອາ­ມາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ຖ້ອຍຄຳຫລວງຫລາຍເຊັ່ນນີ້ ສົມຄວນ​ທີ່​ຈະ​ບໍ່ໄດ້ຮັບຄຳຕອບຫລື?

ໂຊຟາກຳລັງຖາມຄຳຖາມໃນແງ່ລົບເພື່ອເນັ້ນຫນັກວ່າຄຳເວົ້າຂອງໂຢບຕ້ອງຖືກທ້າທາຍ. ອາດຈະແປໄດ້ອີກວ່າ: "ພວກເຮົາຕ້ອງຕອບທຸກຄຳເຫລົ່ານີ້!" ຫລື "ມີບາງຄົນຕອບສະຫນອງຕໍ່ຄຳເຫລົ່ານີ້ທັງຫມົດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ສົມຄວນທີ່ຊາຍຄົນນັ້ນ, ຜູ້ທີ່ເວົ້າບໍ່ເຊົາ, ຈະໄດ້ຮັບຄວາມເຊື່ອຖືຫລື?

ໂຊຟາໃຊ້ຄຳຖາມນີ້ເພື່ອເນັ້ນຫນັກວ່າພວກເຂົາບໍ່ຄວນເຊື່ອສິ່ງທີ່ໂຢບກຳລັງເວົ້າ. ອາດຈະແປໄດ້ອີກວ່າ: "ຜູ້ຊາຍຄົນນີ້ເຕັມໄປດ້ວຍການເວົ້າຫລາຍ, ແຕ່ລາວກໍ່ບໍ່ຄວນເຊື່ອລາວ" ຫລື "ຄຳເວົ້າຂອງທ່ານຫລາຍໆຢ່າງບໍ່ໄດ້ຫມາຍຄວາມວ່າທ່ານບໍ່ມີຄວາມບໍລິສຸດ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ສົມຄວນ​ທີ່ການໂອ້ອວດຂອງເຈົ້າ ຈະເຮັດໃຫ້ຄົນອື່ນໆ​​ມິດງຽບເສຍຫລື?

ໂຊຟາໃຊ້ຄຳຖາມນີ້ເພື່ອຕຳນິຕິຕຽນໂຢບ. ອາດຈະແປໄດ້ອີກວ່າ: "ພຽງແຕ່ຍ້ອນວ່າທ່ານໄດ້ເວົ້າຫລາຍຄຳ, ນີ້ບໍ່ໄດ້ຫມາຍຄວາມວ່າຄົນອື່ນຕ້ອງງຽບຢູ່." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເມື່ອ​ເຈົ້າ​ເຍາະ­ເຍີ້ຍຄຳສອນຂອງພວກເຮົາ, ຈະບໍ່​ມີ​ຄົນໃດທີ່​ເຮັດ­ໃຫ້​ເຈົ້າຮູ້ສຶກ​ອັບ­ອາຍ​ບໍ?

ໂຊຟາໃຊ້ຄຳຖາມນີ້ເພື່ອຕຳນິຕິຕຽນໂຢບ. ອາດຈະແປໄດ້ອີກວ່າ: "ທ່ານໄດ້ຫົວເຍາະເຍີ້ຍການສິດສອນຂອງພວກເຮົາ. ດຽວນີ້ພວກເຮົາຈະເຮັດໃຫ້ທ່ານມີຄວາມອາຍ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)