lo_tn/job/10/10.md

3.3 KiB

ຂໍ້ມູນທົ່ວໄປ:

ໃນຂໍ້ພຣະຄຳພີເຫລົ່ານີ້, ໂຢບໃຊ້ພາສາຂອງກະວີເພື່ອບັນຍາຍເຖິງວິທີທີ່ພຣະເຈົ້າສ້າງຕັ້ງລາວໃນທ້ອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-poetry)

ພຣະ­ອົງ​ບໍ່­ໄດ້ຊົງ​ຖອກ​ຂ້າ­ນ້ອຍ​ອອກ​ເຫມືອນຖອກ​ນ້ຳ​ນົມ ແລະ​ຊົງເຮັດ­ໃຫ້​ຂ້າ­ນ້ອຍເປັນ​ເຫມືອນ​ເນີຍ​ແຂງ​ບໍ?

ນີ້ແມ່ນຄຳຖາມທີ່ຄາດຫວັງວ່າຈະໄດ້ຄຳຕອບໃນທາງບວກ. ອາດຈະແປໄດ້ອີກວ່າ: "ພຣະອົງຖອກເທຂ້ານ້ອຍອອກຄືນໍ້ານົມແລະປັ້ນຂ້ອຍຄືກັບເນີຍແຂງ." ຫລື "ພຣະອົງສ້າງຕັ້ງຂ້ານ້ອຍຢູ່ໃນທ້ອງຄືກັບນໍ້ານົມທີ່ປັ່ນແລ້ວກາຍເປັນເນີຍແຂງ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-simile]])

ພຣະອົງ

ໃນນີ້ຄຳວ່າ “ພຣະອົງ” ຫມາຍເຖິງພຣະເຈົ້າ.

ຂ້ານ້ອຍ

ໃນນີ້ຄຳວ່າ “ຂ້ານ້ອຍ” ຫມາຍເຖິງໂຢບ.

ຊົງ​ໄດ້​ສານ​ຂ້າ­ນ້ອຍ​ເຂົ້າກັນດ້ວຍ​ກະ­ດູກ ແລະ​ເສັ້ນ​ເອັນທັງຫລາຍ

ພຣະເຈົ້າເອົາຜິວຫນັງ ແລະ ເນື້ອຫນັງໃສ່ຮ່າງກາຍຂອງໂຢບຖືກກ່າວເຖິງຄືກັບວ່າພຣະເຈົ້າເອົາເຄື່ອງນຸ່ງໃສ່ລາວ. ອາດຈະແປໄດ້ອີກວ່າ: "ພຣະອົງໄດ້ໃສ່ຜິວຫນັງ ແລະເນື້ອຫນັງຂອງຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຊົງ​ໄດ້​ສານ​ຂ້າ­ນ້ອຍ​ເຂົ້າກັນ

"ສານຂ້ານ້ອຍເຂົ້າກັນ." ພຣະເຈົ້າວາງຮ່າງກາຍຂອງໂຢບໃສ່ກັນໃນທ້ອງແມ່ນເວົ້າເຖິງວ່າພຣະເຈົ້າຖັກແສ່ວ ຫລືທໍຜ້າ. ອາດຈະແປໄດ້ອີກວ່າ: "ເອົາຂ້ານ້ອຍເຂົ້າກັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເສັ້ນ​ເອັນທັງຫລາຍ

"ເສັ້ນເອັນ" ເຫລົ່ານີ້ແມ່ນພາກສ່ວນຕ່າງໆຂອງຮ່າງກາຍທີ່ເຊື່ອມຕໍ່ກ້າມຊີ້ນກັບກະດູກ ຫລືຊິ້ນສ່ວນຕ່າງໆຂອງຮ່າງກາຍແລະ ຄ້າຍຄືເຊືອກສີຂາວ ຫລືສາຍທີ່ແຂງແຮງ.