lo_tn/job/10/04.md

4.2 KiB

ພຣະ­ອົງ​ຊົງມີ​ດວງຕາ​ເຫມືອນ​ຕາ​ຄົນ​ບໍ? ພຣະ­ອົງ​ເຫັນ​ເຫມືອນກັບ​ມະ­ນຸດຄົນຫນຶ່ງ​ເຫັນ​ບໍ?

ຄຳຖາມສອງຂໍ້ນີ້ມີຄວາມຫມາຍ ເກືອບຄືກັນ. ຄຳຖາມເຫລົ່ານີ້ຄາດຫວັງຄຳຕອບທາງລົບເພື່ອເນັ້ນຫນັກວ່າ ພຣະເຈົ້າບໍ່ເຫັນ ຫລືເຂົ້າໃຈໃນສິ່ງຕ່າງໆທີ່ມະນຸດເຮັດ. ພວກເຂົາສາມາດຖືກສະແດງອອກເປັນການຖະແຫລງ. ອາດຈະແປໄດ້ອີກວ່າ: "ທ່ານບໍ່ມີຕາເນື້ອຫນັງ, ແລະທ່ານບໍ່ເຫັນຄືກັບທີ່ຄົນເຫັນ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-rquestion]])

ວັນທັງຫລາຍ​ຂອງ​ພຣະ­ອົງ​ເປັນເຫມືອນ​ວັນທັງຫລາຍ​ຂອງ​ມະ­ນຸດ​ບໍ ຫລືປີທັງຫລາຍ​ຂອງ​ພຣະ­ອົງ ເປັນ​ເຫມືອນ​​ປີທັງຫລາຍ​ຂອງ​ຄົນເຮົາ​... ແລະ​ບໍ່­ມີ​ໃຜຈັກຄົນທີ່ສາມາດ​ຊ່ວຍ​ໃຫ້​ຂ້ານ້ອຍພົ້ນ​ອອກ­ຈາກ​ມືຂອງ​ພຣະ­ອົງ​ໄດ້ຢ່າງນັ້ນຫລື?

ຄຳຖາມນີ້ຄາດວ່າຈະມີຄຳຕອບທາງລົບເພື່ອເນັ້ນຫນັກວ່າພຣະເຈົ້າຊົງເປັນນິລັນດອນ ແລະວັນເວລາຂອງມະນຸດແມ່ນມີຈຳກັດ. ມັນສາມາດຖືກສະແດງອອກເປັນຄໍາຖະແຫລງ. ອາດແປໄດ້ອີກວ່າ: "ວັນເວລາຂອງພຣະອົງບໍ່ຄືກັບວັນເວລາຂອງມະນຸດ ແລະປີຂອງພຣະອົງບໍ່ຄືກັບປີຂອງຄົນ ... ແລະບໍ່ມີໃຜສາມາດຊ່ວຍຂ້ານ້ອຍຈາກມືຂອງພຣະອົງໄດ້." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ວັນທັງຫລາຍ​ຂອງ​ພຣະ­ອົງ​ເປັນເຫມືອນ​ວັນທັງຫລາຍ​ຂອງ​ມະ­ນຸດ...ປີທັງຫລາຍ​ຂອງ​ພຣະ­ອົງ ເປັນ​ເຫມືອນ​​ປີທັງຫລາຍ​ຂອງ​ຄົນເຮົາ​

ວະລີສອງຢ່າງນີ້ມີຄວາມຫມາຍເກືອບຄືກັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ວັນທັງຫລາຍ​ຂອງ​ພຣະ­ອົງ

"ຈຳນວນມື້ຂອງພຣະອົງ"

ປີທັງຫລາຍ​ຂອງ​ພຣະ­ອົງ

"ຈຳ ນວນປີຂອງພຣະອົງ"

ຊົງໄດ້​ຄອຍ​ຖ້າ​ຈັບ​ຄວາມ​ຊົ່ວ­ຊ້າ​ຂອງ​ຂ້າ­ນ້ອຍ...ຊົງ​ຄົ້ນ­ຫາ​ຄວາມບາບ​ຂອງ​ຂ້າ­ນ້ອຍ

ວະລີສອງຢ່າງນີ້ມີຄວາມຫມາຍເກືອບຄືກັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຊົງໄດ້​ຄອຍ​ຖ້າ​ຈັບ​

"ຊອກຫາ"

ພົ້ນ​ອອກ­ຈາກ​ມືຂອງ​ພຣະ­ອົງ​

“ ມືຂອງພຣະອົງ” ສະແດງເຖິງຣິດເດດຂອງພຣະເຈົ້າ. ອາດຈະແປໄດ້ອີກວ່າ: "ຈາກ ອຳນາດຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)