lo_tn/job/08/08.md

2.4 KiB

ຂໍ້ມູນທົ່ວໄປ:

ຜູ້ຂຽນສືບຕໍ່ນຳໃຊ້ການຂະຫນານໃນແຕ່ລະຂໍ້ເຫລົ່ານີ້, ຖ່າຍທອດແນວຄິດດຽວໂດຍໃຊ້ສອງຄຳເວົ້າທີ່ແຕກຕ່າງກັນເພື່ອເນັ້ນຫນັກເຖິງຄວາມສາມາດຂອງປະຊາຊົນໃນການຮຽນຮູ້ຈາກບັນພະບຸລຸດ, ຍ້ອນຄວາມແຕກຕ່າງຂອງຊີວິດ ແລະຄວາມຕັ້ງໃຈຂອງບັນພະບຸລຸດໃນການຖ່າຍທອດຄຳສອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ເອົາໃຈໃສ່ຕໍ່ສິ່ງທີ່ບັນບັນ­ພະບູຣຸດ​ທັງຫລາຍຂອງພວກເຮົາໄດ້ຮຽນຮູ້

"ສຶກສາຢ່າງລະມັດລະວັງໃນສິ່ງທີ່ບັນພະບຸລຸດຂອງພວກເຮົາຄົ້ນພົບ" ຫລື"ພິຈາລະນາສິ່ງທີ່ບັນພະບຸຣຸດຂອງພວກເຮົາໄດ້ຮຽນຮູ້"

ມື້ທັງຫລາຍຂອງພວກເຮົາເທິງແຜ່ນ­ດິນໂລກນີ້ເປັນພຽງແຕ່​ເງົາ

ໃນການປຽບທຽບນີ້, ຊີວິດປຽບທຽບກັບເງົາ; ຜ່ານທັງສອງໄປຢ່າງວ່ອງໄວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ພວກ­ເຂົາ​ຈະ​ບໍ່​ສອນ​ເຈົ້າ ແລະ​ ບອກ​ເຈົ້າຫລື? ພວກເຂົາຈະບໍ່ເວົ້າຖ້ອຍຄຳຕ່າງໆຈາກຫົວໃຈ​ຂອງ​ພວກ­ເຂົາ​ບໍ?

ບິນດັດຕັ້ງຄຳຖາມເຫລົ່ານີ້ເພື່ອຕຳນິຕິຕຽນໂຢບ. ອາດແປໄດ້ອີກວ່າ: "ພວກເຂົາຈະສອນເຈົ້າ ແລະບອກເຈົ້າ, ແລະ ຈາກຄວາມເຂົ້າໃຈຂອງພວກເຂົາເຮັດໃຫ້ເກີດຄຳເວົ້າ." (ເບິ່ງ: rc://*/ta/man/translate/figs-rquestion)