lo_tn/job/07/08.md

2.7 KiB

ຂໍ້ມູນທົ່ວໄປ:

ຜູ້ຂຽນຍັງສືບຕໍ່ນຳໃຊ້ການຂະຫນານໃນແຕ່ລະຂໍ້ເຫລົ່ານີ້, ຖ່າຍທອດຄວາມຄິດອັນດຽວກັບໂດຍໃຊ້ສອງຄຳເວົ້າທີ່ແຕກຕ່າງກັນ ເພື່ອເນັ້ນຫນັກຄວາມຄິດຂອງໂຢບວ່າ, ຫລັງງຈາກຄວາມຕາຍ, ທັງພຣະເຈົ້າ ແລະຄົນທີ່ລາວຮູ້ຈະບໍ່ເຫັນລາວອີກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ດວງຕາ​ຂອງພຣະເຈົ້າ, ຜູ້ຊົງ​ເບິ່ງ​ຂ້າ­ນ້ອຍຈະບໍ່ຊົງເບິ່ງຂ້ານ້ອຍ​ອີກ​ຕໍ່­ໄປ

ຄຳວ່າ "ພຣະເຈົ້າ" ໄດ້ຖືກເພີ່ມເຂົ້າໃນວະລີນີ້ເພາະວ່າສະພາບການນັ້ນຫມາຍຄວາມວ່າໂຢບກຳລັງເວົ້າກັບພຣະເຈົ້າ. "ດວງຕາທີ່ເຫັນຂ້ານ້ອຍຈະບໍ່ເຫັນຂ້ອຍອີກຕໍ່ໄປ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit).

ດວງຕາ​ຂອງ​ພຣະ­ເຈົ້າຈະຢູ່ເຫນືອ​ຂ້າ­ນ້ອຍ, ແຕ່ຂ້ານ້ອຍ​ຈະບໍ່ໄດ້ຢູ່​ເສຍ​ແລ້ວ

"ຕາຂອງພຣະເຈົ້າຈະເບິ່ງຂ້ານ້ອຍ, ແຕ່ຂ້ານ້ອຍຈະບໍ່ມີຢູ່."

ເຫມືອນກັບກ້ອນເມກທີ່ຖືກສະລາຍ​ຈາງໄປ ແລະ​ ຈາງຫາຍ​ໄປ​ສັນ­ໃດ, ດັ່ງບຸກ​ຄົນ­ທີ່​ລົງ​ໄປ​ສູ່​ແດນ​ຄົນ​ຕາຍ​ກໍ​ບໍ່ໄດ້​ຂຶ້ນ​ມາ​ສັນ­ນັ້ນ

ໂຢບກຳລັງບັນຍາຍເຖິງຄວາມຕາຍໃນແງ່ຂອງເມກທີ່ກຳລັງຈະຫາຍໄປ. "ເມື່ອເມກຈາງຫາຍໄປ, ດັ່ງນັ້ນຜູ້ທີ່ຕາຍກໍຈະຫາຍໄປ" ຫລື "ເມື່ອເຈົ້າຢູ່ໃນບ່ອນຝັງສົບ, ທ່ານບໍ່ສາມາດລຸກຂື້ນໄດ້." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ເຫມືອນກັບກ້ອນເມກທີ່ຖືກສະລາຍ​ຈາງໄປ

"ເມື່ອເມກຫາຍໄປ"