lo_tn/job/07/01.md

3.7 KiB

ຂໍ້ມູນທົ່ວໄປ:

ຜູ້ຂຽນຍັງສືບຕໍ່ນຳໃຊ້ການຂະຫນານໃນແຕ່ລະຂໍ້ເຫລົ່ານີ້, ຖ່າຍທອດຄວາມຄິດອັນດຽວກັນໂດຍໃຊ້ສອງຄຳເວົ້າທີ່ແຕກຕ່າງກັນ ເພື່ອເນັ້ນວ່າຄວາມທຸກສ່ວນຕົວຂອງລາວ ແມ່ນສ່ວນຫນຶ່ງຂອງຄວາມທຸກສາກົນທີ່ທຸກຄົນປະສົບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ມະ­ນຸດ​ບໍ່­ໄດ້ເຮັດວຽກຫນັກເທິງ­ແຜ່ນ­ດິນ­ໂລກ​ບໍ?

ໂຢບຕັ້ງຄຳຖາມນີ້ເພື່ອເນັ້ນຫນັກເຖິງຄວາມຮັບຮູ້ຂອງລາວວ່າທຸກຄົນປະສົບກັບຄວາມທຸກ. ອາດແປໄດ້ອີກວ່າ: "ທຸກຄົນບໍ່ໄດ້ເຮັດວຽກຫນັກ ຢູ່ເທິງແຜ່ນດິນໂລກບໍ?" ຫຼື "ທຸກຄົນເຮັດວຽກຫນັກ ຢູ່ເທິງແຜ່ນດິນໂລກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ມື້ທັງຫລາຍຂອງເຂົາບໍ່ໄດ້ເປັນເຫມືອນມື້ທັງຫລາຍ ຂອງຄົນທີ່ເປັນລູກ­ຈ້າງ​ຄົນຫນຶ່ງບໍ?

ໂຢບຕັ້ງຄຳຖາມນີ້ເພື່ອເນັ້ນຫນັກເຖິງຄວາມຮັບຮູ້ຂອງລາວວ່າທຸກຄົນປະສົບກັບຄວາມຫຍຸ້ງຍາກໃນຊີວິດ.ອາດແປໄດ້ອີກວ່າ: "ແລະວັນເວລາຂອງລາວແມ່ນຄືກັບວັນໄດ້ຮັບຄ່າຈ້າງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເຫມືອນ​ກັບ​ລູກ­ຈ້າງ​ຄົນຫນຶ່ງ... ກັບລູກ​ຈ້າງຄົນຫນຶ່ງ​

ໂຢບປຽບທຽບຕົວເອງ (ໃນຂໍ້ທີ 3) ກັບຜູ້ທີ່ເຮັດວຽກຫນັກບໍ່ມີການບັນເທົາທຸກ (ໃນຂໍ້ທີ 2). (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ເງົາຍາມຄໍ່າ

"ຮົ່ມ"

ລູກ​ຈ້າງຄົນຫນຶ່ງ

ແມ່ນຜູ້ຊາຍທີ່ເຮັດວຽກມື້ລະຄັ້ງ ແລະ ໄດ້ຮັບເງິນເດືອນໃນຕອນທ້າຍຂອງທຸກໆມື້. "ວັນຄ່າແຮງ"

ດັ່ງນັ້ນຂ້ານ້ອຍຈຶ່ງຖືກເຮັດໃຫ້ອົດທົນຕໍ່ເດືອນທັງຫລາຍແຫ່ງຄວາມທຸກຍາກຂອງຂ້ານ້ອຍ; ຂ້ານ້ອຍໄດ້ຮັບມອບຄືນທັງຫລາຍທີ່ເຕັມໄປດ້ວຍຄວາມຍາກລຳບາກ

ຄືນທີ່ເຕັມໄປດ້ວຍ - "ສະນັ້ນຂ້ອຍອົດທົນກັບຄວາມທຸກ ແລະ ຄືນທີ່ເຕັມໄປດ້ວຍບັນຫາ"

ເດືອນທັງຫລາຍແຫ່ງຄວາມທຸກຍາກ

"ເດືອນແຫ່ງໄພພິບັດ" ຫລື "ເດືອນແຫ່ງຄວາມເປົ່າຫວ່າງ"