lo_tn/job/05/11.md

3.3 KiB

ຂໍ້ມູນທົ່ວໄປ:

ຜູ້ຂຽນຍັງສືບຕໍ່ນຳໃຊ້ການຂະຫນານໃນແຕ່ລະຂໍ້, ຖ່າຍທອດແນວຄິດດຽວໂດຍໃຊ້ສອງຄຳເວົ້າທີ່ແຕກຕ່າງກັນ ເພື່ອເນັ້ນຫນັກເຖິງວິທີທີ່ພຣະເຈົ້າຍົກຄົນທີ່ຖ່ອມຕົວ ແລະລົງໂທດຕໍ່ຜູ້ທີ່ຫລອກລວງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ພຣະອົງຊົງ​ເຮັດແບບນີ້ ເພື່ອຍົກ​ຄົນ​ຕ່ຳ­ຕ້ອຍໃຫ້ສູງ​ຂຶ້ນ

ຄົນທີ່ຖ່ອມຕົວໃນຄວາມທຸກທໍລະມານຖືກເວົ້າເຖິງວ່າເຂົາເຈົ້າຢູ່ໃນສະຖານະພາບຕໍ່າ. ເມື່ອພຣະເຈົ້າຊົງຊ່ວຍພວກເຂົາໃຫ້ລອດ, ພວກເຂົາຈະໄດ້ຮັບກຽດຕິຍົດ. ເມື່ອສິ່ງນີ້ເກີດຂຶ້ນ, ພວກເຂົາຖືກກ່າວເຖິງວ່າຖືກຍົກສູງຂຶ້ນ ແລະ ຢູ່ໃນຕຳແຫນ່ງສູງ. ອາດແປໄດ້ອີກວ່າ: "ພຣະເຈົ້າເຮັດສິ່ງນີ້ເພື່ອຊ່ວຍກູ້ ແລະ ໃຫ້ກຽດແກ່ຄົນທີ່ຖ່ອມຕົວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະອົງ​ຊົງ​ຂັດ­ຂວາງ​ເລ້­ກົນ​

ນີ້ຄືແມ່ນການຢຸດແຜນການຂອງຄົນທີ່ມີຄວາມສະຫລາດເວົ້າເຖິງວ່າມັນເປັນສິ່ງທີ່ອາດຈະຖືກທຳລາຍຮ່າງກາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະອົງໄດ້ວາງກົນອຸບາຍຄົນທີ່ສະຫລາດ ດ້ວຍການກະທຳອັນຫລອກລວງຂອງພວກເຂົາ

ໃນທີ່ນີ້ເຮັດໃຫ້ຄົນສະຫລາດທົນທຸກທໍລະມານຍ້ອນການກະທຳທີ່ຊົ່ວຂອງຕົນເອງຖືກກ່າວເຖິງຄືກັບວ່າມັນຖືກຈັບພວກເຂົາຢູ່ໃນດັກ. ການກະທຳຂອງຕົວເອງຖືກເວົ້າເຖິງຄືກັບວ່າພວກເຂົາຖືກດັກນັ້ນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄົນທີ່ບິດເບືອນ

ນີ້ຄືການເປັນຄົນຊົ່ວໃນທາງທີ່ສະຫລາດແມ່ນເວົ້າເຖິງວ່າມັນຖືກບິດເບືອນ. ອາດແປໄດ້ອີກວ່າ: "ຜູ້ທີ່ພິກໄຫວ" ຫລື "ຜູ້ທີ່ມີເລ້ຫລ່ຽມ" ຫລື "ຜູ້ທີ່ສະຫລາດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)