lo_tn/job/03/25.md

1.9 KiB

ສິ່ງນັ້ນ​ທີ່​ຂ້າ­ນ້ອຍ​ຢ້ານ​ກົວ​ກໍໄດ້ມາເຫນືອຂ້ານ້ອຍແລ້ວ; ສິ່ງທີ່ຂ້ານ້ອຍໄດ້ຢ້ານກົວ ກໍໄດ້ມາເຖິງ​ຂ້ານ້ອຍແລ້ວ

ສອງວະລີນີ້ມີຄວາມຫມາຍຄືກັນ. ອາດແປໄດ້ອີກວ່າ: "ສິ່ງທີ່ຂ້ອຍຢ້ານທີ່ສຸດໄດ້ເກີດຂື້ນກັບຂ້ອຍ" ຫລື "ຄວາມຢ້ານກົວທີ່ຮ້າຍແຮງທີ່ສຸດຂອງຂ້ອຍໄດ້ກາຍເປັນຄວາມຈິງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຂ້ານ້ອຍ​ບໍ່­ມີ​ຄວາມ​ສະ­ຫງົບ, ແລະຂ້ານ້ອຍ​ໄດ້​ຢຸດ​ພັກຜ່ອນ

ໂຢບສະແດງຄວາມເຈັບປວດໃຈຂອງລາວໃນສາມວະລີຕ່າງກັນ. ອາດແປໄດ້ອີກວ່າ: "ຂ້ອຍມີຄວາມວິຕົກກັງວົນຫລາຍ" ຫລື "ຂ້ອຍມີຄວາມຮູ້ສຶກ ແລະ ຄວາມເຈັບປວດທາງຮ່າງກາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ແຕ່ຄວາມ​ຍາກ​ລຳ­ບາກ​ກັບມາແທນທີ່

ບັນຫາຖືກເວົ້າເຖິງຄືກັບວ່າມັນເປັນວັດຖຸທີ່ສາມາດເຂົ້າມາຫາໂຢບໄດ້. ອາດແປໄດ້ອີກວ່າ: "ຄວາມຫຍຸ້ງຍາກທໍລະມານຂ້ອຍແທນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)