lo_tn/job/03/20.md

5.8 KiB

ເປັນ­ຫຍັງນໍຜູ້ທີ່ຢູ່ໃນຄວາມທຸກເວດທະນາຍັງໄດ້ຮັບ​ແສງສະຫວ່າງ? ເປັນຫຍັງ ຈຶ່ງໃຫ້ຊີວິດແກ່ຄົນຫນຶ່ງທີ່ມີໃຈຂົມຂື່ນ

ຄຳຖາມສອງຂໍ້ຂອງໂຢບຄວາມຫມາຍເຫມືອນກັນ. ລາວສົງໄສວ່າເປັນຫຍັງຜູ້ທີ່ປະສົບກັບຄວາມລຳບາກຈຶ່ງຍັງມີຊີວິດຢູ່ຕໍ່ໄປ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ເປັນ­ຫຍັງນໍຜູ້ທີ່ຢູ່ໃນຄວາມທຸກເວດທະນາຍັງໄດ້ຮັບ​ແສງສະຫວ່າງ?

ໂຢບກຳລັງສົງໄສວ່າເປັນຫຍັງຄົນເຮົາຕ້ອງມີຊີວິດຢູ່ ແລະທົນທຸກທໍລະມານ. ອາດແປໄດ້ອີກວ່າ: "ຂ້ອຍບໍ່ເຂົ້າໃຈວ່າເປັນຫຍັງພຣະເຈົ້າປະທານຊີວິດໃຫ້ຄົນທີ່ກຳລັງທຸກທໍລະມານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ແສງສະຫວ່າງ

ແສງສະຫວ່າງຫມາຍເຖິງຊີວິດ (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເປັນຫຍັງ ຈຶ່ງໃຫ້ຊີວິດແກ່ຄົນຫນຶ່ງທີ່ມີໃຈຂົມຂື່ນ...ເຊື່ອງໄວ້ຫລື?

"ເປັນຫຍັງພຣະເຈົ້າຈຶ່ງປະທານຊີວິດໃຫ້ກັບຄົນທີ່ທຸກທໍລະມານ?" ອາດແປໄດ້ອີກວ່າ: "ຂ້ອຍບໍ່ເຂົ້າໃຈວ່າເປັນຫຍັງພຣະເຈົ້າປະທານຊີວິດໃຫ້ຄົນທີ່ບໍ່ຄວາມສຸກ ... ສົມບັດທີ່ເຊື່ອງໄວ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ແກ່ຄົນຫນຶ່ງທີ່​ລໍ­ຄອຍ​ຄວາມ​ຕາຍ ໂດຍທີ່ມັນຍັງບໍ່ມາ

ແມ່ນການເວົ້າເຖິງຄວາມຕາຍຄືກັບວ່າມັນແມ່ນຈຸດປະສົງທີ່ເຂົ້າມາໃຜບາງຄົນ. ອາດແປໄດ້ອີກວ່າ: "ຕໍ່ຄົນທີ່ບໍ່ຕ້ອງການມີຊີວິດອີກຕໍ່ໄປ, ແຕ່ຍັງມີຊີວິດຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແກ່ຄົນຫນຶ່ງທີ່ຂຸດຫາຄວາມ​ຕາຍຫລາຍກວ່າຂຸດຫາຊັບສົມບັດທີ່ເຊື່ອງໄວ້

ຄົນທີ່ຫວັງວ່າຈະຕາຍຈະຖືກກ່າວເຖິງຄືກັບວ່າເຂົາກຳລັງຂຸດຫາສົມບັດທີ່ຖືກຝັງໄວ້. ອາດແປໄດ້ອີກວ່າ: " ຕໍ່ຜູ້ທີ່ຕ້ອງການຢຸດເຊົາການດຳລົງຊີວິດຫຼາຍກວ່າທີ່ເຂົາຕ້ອງການຊອກຫາຄວາມລວຍທີ່ເຊື່ອງຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເປັນຫຍັງແສງສະຫວ່າງ ຈຶ່ງສ່ອງມາໃຫ້ແກ່ຄົນຫນຶ່ງທີ່ຊື່ນຊົມຍິນດີຢ່າງຫລາຍ ແລະ ມີ​ຄວາມ­ສຸກ ເມື່ອເຂົາພົບອຸໂມງຝັງ​ສົບ?

ແມ່ນບ່ອນທີ່ໂຢບໃຊ້ຄຳຖາມເພື່ອອອກຄຳຖະແຫລງ. ອາດແປໄດ້ອີກວ່າ: "ຂ້ອຍບໍ່ເຂົ້າໃຈວ່າເປັນຫຍັງພຣະເຈົ້າຈຶ່ງອະນຸຍາດໃຫ້ບຸກຄົນດຳລົງຊີວິດຕໍ່ໄປເມື່ອບຸກຄົນນັ້ນຈະມີຄວາມສຸກຫລາຍທີ່ໄດ້ຖືກຝັງຢູ່ໃນພື້ນດິນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຄົນຫນຶ່ງທີ່ຊື່ນຊົມຍິນດີຢ່າງຫລາຍ

ປະໂຫຍກທີ່ວ່າ "ຊື່ນຊົມຍິນຫລາຍ" ຫມາຍຄວາມວ່າໂດຍທົ່ວໄປແລ້ວແມ່ນສິ່ງດຽວກັນກັບ "ດີໃຈ." ຮ່ວມກັນ, ສອງປະໂຫຍກນີ້ເນັ້ນຫນັກເຖິງຄວາມເຂັ້ມຂອງຄວາມຍິນດີ. ອາດແປໄດ້ອີກວ່າ: "ຜູ້ທີ່ມີຄວາມສຸກທີ່ສຸດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ເມື່ອເຂົາພົບອຸໂມງຝັງ​ສົບ

ແມ່ນວິທີທີ່ສຸພາບຂອງການອ້າງອີງເຖິງການຕາຍ. ອາດແປໄດ້ອີກວ່າ:"ເມື່ອລາວຕາຍ ແລະສາມາດຝັງໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-euphemism)

ອຸໂມງຝັງ​ສົບ

ຂຸມຝັງສົບຫມາຍເຖິງຄວາມຕາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)