lo_tn/job/03/11.md

3.4 KiB

ຂໍ້ມູນທົ່ວໄປ:

ຂໍ້ຄວາມນີ້ປະກອບມີ 4 ຄຳຖາມທີ່ເປັນເຊີງສຽດສີ, ຊຶ່ງໂຢບຖາມເພື່ອສ້າງເປັນປະໂຫຍກ.

ເປັນຫຍັງຂ້າ­ນ້ອຍ​ຈຶ່ງບໍ່ຕາຍເສຍຕັ້ງ­ແຕ່​ຢູ່­ໃນ​ທ້ອງ​ແມ່?

"ເປັນຫຍັງຂ້ອຍບໍ່ຕາຍໃນເວລາເກີດ?" ໂຢບຕັ້ງຄຳຖາມນີ້ເພື່ອສາບແຊ່ງວັນເກີດຂອງລາວ ແລະ ເພື່ອສະແດງຄວາມເຈັບປວດໃຈ. ອາດແປໄດ້ອີກວ່າ: "ຂ້ອຍຫວັງວ່າຂ້ອຍຈະຕາຍໃນມື້ທີ່ຂ້ອຍເກີດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເປັນຫຍັງວິນຍານຂອງ​ຂ້າ­ນ້ອຍບໍ່ອອກຈາກຮ່າງກາຍ ເມື່ອແມ່ຂອງຂ້ານ້ອຍໃຫ້ກຳເນີດຂ້ານ້ອຍ?

ໂຢບຫມາຍຄວາມວ່າຈະເວົ້າວ່າລາວບໍ່ຄວນຈະເກີດມາມີຊີວິດຢູ່. ອາດແປໄດ້ອີກວ່າ: "ຂ້ອຍຫວັງວ່າຂ້ອຍຈະຕາຍເມື່ອຂ້ອຍອອກມາຈາກທ້ອງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ວິນຍານຂອງ​ຂ້າ­ນ້ອຍບໍ່ອອກຮ່າງກາຍ

ຫມາຍເຖິງການຕາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ເປັນ­ຫຍັງຫົວເຂົ່າຂອງ​ແມ່​ຂອງ​ຂ້ານ້ອຍ​ຈຶ່ງ​ອູ້ມ​ຂ້າ­ນ້ອຍ​ໄວ້​?

ບາງທີອາດຫມາຍເຖິງຕັກຂອງແມ່ຂອງໂຢບ. ຫົວເຂົ່າຂອງແມ່ຂອງລາວເວົ້າຄືກັບວ່າພວກເຂົາເປັນຄົນທີ່ສາມາດຕ້ອນຮັບເດັກນ້ອຍເກີດໃຫມ່. ອາດແປໄດ້ອີກວ່າ: "ຂ້ອຍຫວັງວ່າບໍ່ມີຕັກທີ່ຈະຮັບເອົາຂ້ອຍ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-personification]])

ເປັນຫຍັງຊວງເອິກຂອງແມ່ຂອງຂ້ານ້ອຍ​ຈຶ່ງ​ໃຫ້​ຂ້າ­ນ້ອຍໄດ້​ກິນ​ນົມ?

ຊວງເອິກຂອງແມ່ຂອງໂຢບແມ່ນເວົ້າຄືກັບວ່າພວກເຂົາເປັນຄົນທີ່ສາມາດຕ້ອນຮັບເດັກນ້ອຍເກີດໃຫມ່ເຊັ່ນກັນ. ອາດແປໄດ້ອີກວ່າ: "ຂ້ອຍຫວັງວ່າຈະບໍ່ມີຊວງເອິກສຳລັບຂ້ອຍທີ່ຈະເບິ່ງແຍງ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-personification]])