lo_tn/job/03/08.md

3.5 KiB

ຄົນເຫລົ່ານັ້ນທີ່ຮູ້ວິທີຄວບຄຸມເລວີໄດ້

ໂຢບອາດຈະອ້າງເຖິງພໍ່ມົດ ແລະຜູ້ວິເສດທີ່ນີ້ຊຶ່ງລາວເຊື່ອວ່າອາດຈະສາມາດກະຕຸ້ນເລວີໃນການກະຈາຍຄວາມວຸ່ນວາຍ. ເລວີແມ່ນສັດທີ່ຮູ້ຈັກກັນດີໃນນິທານເລື່ອງບູຮານຕາເວັນອອກ, ຊື່ງຄິດວ່າມີຫນ້າທີ່ຕໍ່ການທຳລາຍ, ຄວາມບໍ່ເປັນລະບຽບ ແລະ ຄວາມວຸ້ນວາຍ.

ຂໍໃຫ້ດວງດາວທັງຫລາຍຂອງແສງສະຫວ່າງໃນວັນນັ້ນມືດມິດ

ຫມາຍເຖິງດາວເຄາະທີ່ມັກຈະເຫັນກ່ອນຕາເວັນຕົກ. ອາດແປໄດ້ອີກວ່າ: "ຂໍໃຫ້ດວງດາວທີ່ປະກົດຕົວກ່ອນແສງສະຫວ່າງທຳອິດຂອງມື້ນັ້ນມືດ"

ຂໍໃຫ້ວັນນັ້ນເບິ່ງແສງອະລຸນ, ແຕ່ຫາບໍ່ພໍ

ວັນເກີດຂອງໂຢບແມ່ນເວົ້າເຖິງຄືກັບວ່າຄົນກຳລັງຊອກຫາບາງສິ່ງບາງຢ່າງ. ອາດແປໄດ້ອີກວ່າ: "ຂໍໃຫ້ມື້ນັ້ນຫວັງວ່າຈະມີແສງສະຫວ່າງ, ແຕ່ວ່າບໍ່ມີຫຍັງເລີຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification

ບໍ່ເຫັນເປືອກຕາຂອງແສງອາລຸນ

ແສງອາລຸນໄດ້ຖືກກ່າວເຖິງຄືກັບວ່າມັນມີຂົນຕາທີ່ຄົນເຮົາມີ. ອາດແປໄດ້ອີກວ່າ: "ແລະ ບໍ່ເຫັນແສງທຳອິດແສງອາລຸນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ເພາະມັນ​ບໍ່ປິດປະຕູ​ໃນທ້ອງຂອງແມ່ຂອງຂ້າ­ນ້ອຍ

ທ້ອງຂອງຜູ້ຍິງຖືກກ່າວເຖິງຄືເປັນພາຊະນະທີ່ມີປະຕູ. ອາດແປໄດ້ອີກວ່າ: "ເພາະວ່າມື້ນັ້ນບໍ່ໄດ້ປິດທ້ອງຂອງແມ່ຂອງຂ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເພາະ​ມັນບໍ່ໄດ້ເຊື່ອງຄວາມລຳບາກໃຫ້ພົ້ນສາຍຕາຂອງຂ້ານ້ອຍ

ວັນເກີດຂອງໂຢບແມ່ນເວົ້າເຖິງບ່ອນນີ້ຄືກັບວ່າເປັນຄົນທີ່ສາມາດເຊື່ອງບາງສິ່ງບາງຢ່າງໄດ້. (ເບິ່ງ: rc://*/ta/man/translate/figs-personification)

ພົ້ນສາຍຕາຂອງຂ້ານ້ອຍ

"ຕາ" ແມ່ນຕົວແທນຂອງຄົນທີ່ເຫັນກັບພວກເຂົາ. ອາດແປໄດ້ອີກວ່າ: "ຈາກຂ້ອຍ" (ເບິ່ງ: rc://*/ta/man/translate/figs-metonymy)