lo_tn/job/03/01.md

2.3 KiB

ກໍ​ເປີດປາກຂອງລາວ

"ເລີ່ມເວົ້າ". (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຂໍໃຫ້ວັນນັ້ນທີ່​ຂ້ານ້ອຍໄດ້ເກີດມາ ຈົ່ງພິນາດ, ​ຄ່ຳ​ຄືນທີ່ໄດ້ກ່າວ

ໂຢບເວົ້າເຖິງທັງກາງເວັນ ແລະກາງຄືນຄືກັບວ່າພວກເຂົາເປັນຄົນ. ອາດແປໄດ້ອີກວ່າ: "ຂ້ອຍຫວັງວ່າຂ້ອຍບໍ່ເຄີຍເກີດມາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ຄ່ຳ​ຄືນທີ່ໄດ້ກ່າວ, 'ເດັກຊາຍຄົນຫນຶ່ງໄດ້​ເກີດມາ.'

ການສະແດງນີ້ເພີ່ມທະວີການບັນບາຍເຖິງຄວາມໂສກເສົ້າຂອງໂຢບດ້ວຍການຍ້ອນເວລາກັບໄປຕັ້ງແຕ່ເວລາເກີດມາຈົນເຖິງແນວຄິດຂອງລາວ. ອາດແປໄດ້ອີກວ່າ: "ຄືນທີ່ເວົ້າວ່າ, 'ເດັກຊາຍຄົນຫນຶ່ງໄດ້ເກີດມາ' ຕາຍແລ້ວ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

ຄ່ຳ​ຄືນທີ່ໄດ້ກ່າວ

ຄືນນີ້ເວົ້າໄດ້ຫມາຍເຖິງວ່າເປັນຄົນທີ່ສາມາດເວົ້າໄດ້. ຜູ້ແປອາດຈະເລືອກທີ່ຈະແປໂດຍໃຊ້ວິທີການປຽບທຽບຫນ້ອຍກວ່າ. ອາດແປໄດ້ອີກວ່າ: "ຄືນທີ່ຄົນເວົ້າ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ເດັກຊາຍຄົນຫນຶ່ງໄດ້​ເກີດມາ

ຄຳເວົ້ານີ້ອາດຈະຖືກນຳໃຊ້ເຂົ້າໃນຮູບແບບທີ່ເຄື່ອນໄຫວ. ອາດແປໄດ້ອີກວ່າ: "ແມ່ຂອງລາວໄດ້ເກີດລູກຜູ້ຊາຍ."