lo_tn/job/01/09.md

5.7 KiB

ໂຢບ​​ຂາບໄຫວ້​ພຣະອົງ​ໂດຍປາສະຈາກເຫດຜົນຢ່າງອື່ນບໍ?

"ໂຢບເຄົາລົບພຣະເຈົ້າໂດຍບໍ່ມີເຫດຜົນບໍ?" ຊາຕານຕອບກັບພຣະເຈົ້າໂດຍການນຳສະເຫນີ ແລະຕອບຄຳຖາມຂອງຕົນເອງ. ລາວເວົ້າວ່າໂຢບເຊື່ອຟັງພຣະເຈົ້າເທົ່ານັ້ນເພາະວ່າພຣະເຈົ້າອວຍພອນລາວ. ອາດແປໄດ້ອີກວ່າ: "ໂຢບມີເຫດຜົນທີ່ຈະເຊື່ອຟັງພຣະເຈົ້າ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ບໍ່ແມ່ນພຣະອົງ​ຊົງກັ້ນອະນາເຂດລ້ອມຮອບລາວ, ເຮືອນຂອງລາວ, ແລະລ້ອມຮອບທຸກ​ດ້ານຢ່າງນັ້ນບໍ

ຊາຕານກ່າວເຖິງຂໍ້ບໍ່ຈິງເພື່ອສະຫນັບສະຫນູນການໂຕ້ຖຽງຂອງລາວ. ອາດແປໄດ້ອີກວ່າ: "ທ່ານໄດ້ປົກປ້ອງລາວ, ຄອບຄົວ ແລະທຸກສິ່ງທີ່ລາວເປັນເຈົ້າຂອງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ກັ້ນອະນາເຂດລ້ອມຮອບລາວ, ເຮືອນຂອງລາວ

ເຊັ່ນດຽວກັບສິ່ງກີດຂວາງເຊັ່ນກຳແພງ ຫລືຮົ້ວອ້ອມລ້ອມແລະປົກປ້ອງແຜ່ນດິນຂອງຕົນ, ພຣະເຈົ້າໄດ້ລ້ອມຮອບໂຢບດ້ວຍການປົກປ້ອງຂອງລາວ. ອາດແປໄດ້ອີກວ່າ: "ປົກປ້ອງລາວ ແລະເຮືອນຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ວຽກ​ງານ​ທຸກ​ຢ່າງ​ຂອງລາວ

"ທຸກສິ່ງທີ່ລາວເຮັດ"

ຝູງສັດຂອງລາວໃຫ້ມີຄວາມຈະເລີນຂຶ້ນໃນດິນແດນນັ້ນ

"ລາວມີສັດລ້ຽງນັບມື້ນັບຫລາຍຢູ່ໃນແຜ່ນດິນ"

ແຕ່​ບັດ­ນີ້ ຂໍພຣະ­ອົງຊົງຍື່ນພຣະຫັດຂອງພຣະອົງ ແລະ ແຕະຕ້ອງ​ທຸກ​ສິ່ງ​ທຸກຢ່າງເຂົາມີໄປ ແລະ ເບິ່ງວ່າເຂົາຈະບໍ່ປ້ອຍ­ດ່າ​ພຣະ­ອົງ​ຕໍ່­ຫນ້າຂອງ​ພຣະອົງ

ຊາຕານຫມາຍຄວາມວ່າ ຖ້າພຣະເຈົ້າໂຈມຕີໂຢບ, ພຣະອົງຈະເຫັນວ່າໂຢບຕອບສະຫນອງແນວໃດ. ອາດແປໄດ້ອີກວ່າ: "ແຕ່ດຽວນີ້, ຖ້າທ່ານຢຽດມືຂອງທ່ານ ແລະແຕະທຸກສິ່ງທີ່ລາວມີ, ທ່ານຈະເຫັນວ່າລາວຈະສາບແຊ່ງທ່ານຕໍ່ຫນ້າຂອງທ່ານ"

ຍື່ນພຣະຫັດຂອງພຣະອົງ

ຄຳວ່າ “ພຣະຫັດ” ຫມາຍເຖິງພະລັງຂອງພຣະເຈົ້າທີ່ຈະກະທຳ. "ແຕ່ດຽວນີ້ໃຊ້ອຳນາດຂອງທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ແຕະຕ້ອງ​ທຸກ​ສິ່ງ​ທຸກຢ່າງເຂົາມີ

ທີ່ນີ້ "ແຕະຕ້ອງ" ຫມາຍເຖິງການກະທຳທີ່ເປັນອັນຕະລາຍ ຫລື ທຳລາຍ. ອາດແປໄດ້ອີກວ່າ: "ໂຈມຕີທຸກສິ່ງທີ່ລາວມີ" ຫລື "ທຳລາຍທຸກສິ່ງທີ່ລາວມີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຕໍ່­ຫນ້າຂອງ​ພຣະອົງ

ຫມາຍເຖິງຊ່ວງເວລາທີ່ພຣະເຈົ້າສົນໃຈ. ອາດແປໄດ້ອີກວ່າ: "ໃນການໄດ້ຍິນຂອງທ່ານ"

ເບິ່ງແມ

"ເບິ່ງ" ຫລື "ເອົາໃຈໃສ່ກັບທຸກໆສິ່ງທີ່ຂ້ອຍກຳລັງຈະບອກເຈົ້າ"

ທຸກ​ສິ່ງທຸກຢ່າງ​ທີ່​ໂຢບ​ມີກໍຢູ່ໃນມືຂອງເຈົ້າ​ນັ້ນ

ຄຳວ່າ "ມື" ສະແດງເຖິງອຳນາດຂອງຄົນໃນການຄວບຄຸມບາງຢ່າງ. ອາດແປໄດ້ອີກວ່າ: "ເຈົ້າມີອຳນາດເຫນືອທຸກສິ່ງທີ່ລາວມີ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຕໍ່ລາວເອງ

"ຕໍ່ຮ່າງກາຍຂອງລາວ" ອາດແປໄດ້ອີກວ່າ: "ແຕ່ຢ່າທຳຮ້າຍລາວ" ຫລື "ຢ່າທຳຮ້າຍຮ່າງກາຍຂອງລາວ"

ຈຶ່ງ​ໄດ້​​​ຈາກໄປ​ຕໍ່ຫນ້າ​ຂອງ​ພຣະຢາເວ

"ອອກໄປຈາກ​ພຣະຢາເວ" ຫລື "ປະພຣະຢາເວໄວ້"