lo_tn/job/01/04.md

3.2 KiB

ໃນວັນກຳນົດຂອງລູກ​ຊາຍຂອງ​ລາວ​ແຕ່­ລະ­ຄົນ​, ລາວຈະຈັດ

ຄຳວ່າ "ວັນ" ບາງທີອາດຫມາຍເຖິງວັນທີ່ພວກເຂົາສະຫລອງວັນເກີດຂອງລູກຊາຍ. ແຕ່ຢ່າງຫນ້ອຍກໍ່ຫມາຍເຖິງຄວາມຄິດທີ່ວ່າພວກລູກຊາຍແຕ່ລະຄົນຜັນປ່ຽນກັນຈັດງານລ້ຽງ. ອາດແປໄດ້ອີກວ່າ: "ໃນວັນເກີດຂອງລູກຊາຍແຕ່ລະຄົນ, ລູກຊາຍຈະໃຫ້" ຫລື "ລູກຊາຍແຕ່ລະຄົນຈະໃຫ້"

ລາວຈະຈັດ... ພວກເຂົາໄດ້ເຊີນ... ໂຢບໄດ້ເອີ້ນ...ລາວຊຳລະໃຫ້ບໍຣິສຸດ...ລາວ​ຕື່ນ​ແຕ່​ເຊົ້າ...ລາວເວົ້າວ່າ

"ລາວໃຫ້ແບບປົກກະຕິ ... ພວກເຂົາຈັດເປັນປະຈຳ ... ໂຢບຈັດເປັນປົກກະຕິ...ລາວຊຳລະເປັນປົກກະຕິ...ລາວຕື່ນແຕ່ເຊົ້າເປັນປະຈຳ... ລາວໄດ້ເວົ້າເປັນປະຈຳ"

ລາວຊຳລະພວກເຂົາໃຫ້ບໍຣິສຸດ

ໃນທີ່ນີ້“ ຊໍາລະ” ຫມາຍຄວາມວ່າຂໍໃຫ້ພຣະເຈົ້າທຳລາຍສິ່ງທີ່ບໍ່ສະອາດທີ່ເປັນພິທີການທີ່ລູກໆຂອງໂຢບອາດຈະນຳມາສູ່ຕົນເອງໃນຂະນະທີ່ພວກເຂົາສະຫລອງກັນຢ່າງມີຄວາມສຸກ. ໂຢບໄດ້ເຮັດສິ່ງນີ້ໂດຍການເສຍສະລະພວກເຂົາເພື່ອພຣະເຈົ້າ.

ກັບພວກເຂົາ

ຄຳວ່າ "ພວກເຂົາ" ຫມາຍເຖິງລູກຊາຍ 7 ຄົນ ແລະລູກສາວສາມຄົນແຕ່ບໍ່ໄດ້ລວມເອົາໂຢບ

ເມື່ອມື້ຈັດ​ງານ​​ລ້ຽງ​ເຫລົ່ານັ້ນຜ່ານໄປ

"ເມື່ອງານລ້ຽງສິ້ນສຸດລົງ" ຫລື "ຫລັງຈາກງານລ້ຽງ"

ໂຢບໄດ້ເອີ້ນພວກເຂົາມາ

"ໂຢບໄດ້ສົ່ງຄົນໄປເອີ້ນພວກເຂົາໃຫ້ມາຫາຕົວເອງ"

ການ​ປະ­ຫມາດ​ພຣະ­ເຈົ້າຢູ່ໃນໃຈ

ບາງຄັ້ງຄວາມຄິດດັ່ງກ່າວອາດຈະເກີດຂື້ນໂດຍບໍ່ຕັ້ງໃຈ, ຫາກບໍ່ມີຄົນຢາກຈະຄິດມັນ. ອາດແປໄດ້ອີກວ່າ: "ສາບແຊ່ງພຣະເຈົ້າໃນຄວາມຄິດຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)