lo_tn/jhn/12/07.md

1.9 KiB

“ປ່ອຍໃຫ້ນາງເກັບສິ່ງທີ່ນາງມີໄວ້ ເພື່ອມື້ທີ່ຝັງສົບຂອງເຮົາເຖີດ.

ພຣະເຢຊູຫມາຍຄວາມວ່າການກະທຳຂອງຜູ້ຍິງສາມາດເຂົ້າໃຈໄດ້ວ່າເປັນການຄາດເດົາການຕາຍແລະການຝັງສົບຂອງພຣະອົງ. ອາດແປອີກວ່າ: "ອະນຸຍາດໃຫ້ນາງສະແດງໃຫ້ເຫັນວ່ານາງຮູ້ຄຸນຄ່າຫລາຍປານໃດ! ດ້ວຍວິທີນີ້ນາງໄດ້ກະກຽມຮ່າງກາຍຂອງເຮົາເພື່ອການຝັງສົບ" (ເບິ່ງ: rc://*/ta/man/translate/figs-explicit)

ຄົນຍາກຈົນ­ຈະຢູ່ກັບພວກເຈົ້າສະເຫມີ.

ພຣະເຢຊູຫມາຍຄວາມວ່າຈະມີໂອກາດທີ່ຈະຊ່ວຍເຫລືອຄົນທຸກຍາກສະເຫມີໄປ. ອາດແປອີກວ່າ: "ມັນຈະມີຄົນທີ່ທຸກຍາກຢູ່ໃນບັນດາພວກເຈົ້າ, ແລະເຈົ້າສາມາດຊ່ວຍພວກເຂົາທຸກຄັ້ງທີ່ເຈົ້າຕ້ອງການ" (ເບິ່ງ: rc://*/ta/man/translate/figs-explicit)

ແຕ່ເຮົາຈະບໍ່ໄດ້ຢູ່ກັບພວກທ່ານສະ­ເຫມີໄປ.”

ໂດຍວິທີນີ້ພຣະເຢຊູຫມາຍຄວາມວ່າພຣະອົງຈະຕາຍ. ອາດແປອີກວ່າ: "ແຕ່ເຮົາຈະບໍ່ຢູ່ທີ່ນີ້ກັບເຈົ້າສະເຫມີ" (ເບິ່ງ: rc://*/ta/man/translate/figs-explicit)