lo_tn/jhn/07/40.md

2.5 KiB

“ນີ້ເປັນຜູ້ປະ­ກາດພຣະ­ທັມ.”

ໂດຍການເວົ້າແນວນີ້, ຜູ້ຄົນສະແດງວ່າພວກເຂົາເຊື່ອວ່າພຣະເຢຊູແມ່ນສາສະດາຄືກັບໂມເຊທີ່ພຣະເຈົ້າໄດ້ສັນຍາວ່າຈະສົ່ງ. ອາດແປອີກວ່າ: "ນີ້ແມ່ນສາສະດາແທ້ໆທີ່ເປັນຄືກັບໂມເຊທີ່ພວກເຮົາໄດ້ລໍຖ້າມາແລ້ວ!" (ເບິ່ງ: rc://*/ta/man/translate/figs-explicit)

ພຣະ­ຄຣິດມາຈາກຄາລີ­ເລບໍ່ແມ່ນຫລື?

ຂໍ້ສັງເກດນີ້ປາກົດໃນຮູບແບບຄຳຖາມເພື່ອເພີ່ມຄວາມສຳ ຄັນ. ອາດແປອີກວ່າ: "ພຣະຄຣິສບໍ່ສາມາດມາຈາກແຂວງຄາລີເລໄດ້!" (ເບິ່ງ: rc://*/ta/man/translate/figs-rquestion)

ພຣະ­ຄັມພີບໍ່ໄດ້ກ່າວເອົາໄວ້ຫລືວ່າພຣະ­ຄຣິສນັ້ນຈະມາຈາກເຊື້ອວົງຂອງດາ­ວິດແລະມາຈາກບ້ານເບັດ­ເລ­ເຮັມ ຄືບ້ານທີ່ດາ­ວິດເຄີຍຢູ່?

ຂໍ້ສັງເກດນີ້ປາກົດໃນຮູບແບບຄຳຖາມເພື່ອເພີ່ມຄວາມສຳ ຄັນ. ອາດແປອີກວ່າ: "ຂໍ້ພຣະຄັມພີສອນວ່າພຣະຄຣິສຈະມາຈາກເຊື້ອສາຍຂອງດາວິດ ແລະ ຈາກເມືອງເບັດ­ເລ­ເຮັມເຊິ່ງເປັນຫມູ່ບ້ານຂອງດາວິດ!" (ເບິ່ງ: rc://*/ta/man/translate/figs-rquestion)

ພຣະ­ຄັມພີບໍ່ໄດ້ກ່າວເອົາໄວ້ຫລື

ພຣະຄັມພີໄດ້ຖືກກ່າວເຖິງຄືກັບວ່າພວກເຂົາເວົ້າຈິງໆດັ່ງຄົນເວົ້າ. ອາດແປອີກວ່າ: "ຜູ້ປະກາດພຣະຄັມໄດ້ຂຽນໃນພຣະຄັມພີ" (ເບິ່ງ: rc://*/ta/man/translate/figs-personification)

ມາຈາກເຊື້ອວົງຂອງດາ­ວິດ

"ບ່ອນທີ່ດາວິດຢູ່"