lo_tn/jhn/04/21.md

2.4 KiB

ຈົ່ງເຊື່ອເຮົາເທາະ

ການທີ່ຈະເຊື່ອບາງຄົນແມ່ນການຮັບຮູ້ວ່າສິ່ງທີ່ຄົນນັ້ນເວົ້າມານັ້ນແມ່ນຄວາມຈິງ.

ເຈົ້ານະ­ມັ­ສະ­ການໃນສິ່ງທີ່ເຈົ້າບໍ່ຮູ້ຈັກ. ເຮົານະ­ມັ­ສະ­ການສິ່ງທີ່ເຮົາຮູ້­ຈັກ

ພຣະເຢຊູ ຫມາຍຄວາມວ່າພຣະເຈົ້າໄດ້ເປີດເຜີຍຕົວເອງ ແລະ ຄຳສັ່ງຂອງພຣະເຈົ້າໃຫ້ແກ່ຊາວຢິວ ບໍ່ແມ່ນຕໍ່ຊາວສະມາເຣຍ. ຜ່ານພຣະຄັມພີ, ຄົນຢິວຮູ້ວ່າພຣະເຈົ້າໃດດີຫລາຍກວ່າຊາວສະມາເຣຍ.

ເມື່ອເຈົ້າຈະນະ­ມັ­ສະ­ການພຣະບິດາ...ເພາະຄວາມລອດພົ້ນນັ້ນມາຈາກຄົນຢິວ.

ຄວາມລອດພົ້ນມາຈາກຄວາມບາບແມ່ນມາຈາກພຣະເຈົ້າພຣະບິດາເຈົ້າ, ຜູ້ທີ່ເປັນພຣະເຈົ້າຢາເວ, ພຣະເຈົ້າຂອງຊາວຢິວ.

ພຣະບິດາ

ນີ້ແມ່ນຫົວຂໍ້ສຳຄັນກ່ຽວກັັບພຣະເຈົ້າ. (ເບິ່ງ: Guidance_sonofgodprinciples)

ເພາະຄວາມລອດພົ້ນນັ້ນມາຈາກຄົນຢິວ.

ນີ້ບໍ່ໄດ້ຫມາຍຄວາມວ່າຄົນຢິວຈະຊ່ວຍຄົນອື່ນໃຫ້ພົ້ນຈາກບາບຂອງພວກເຂົາໄດ້. ມັນຫມາຍຄວາມວ່າພຣະເຈົ້າໄດ້ເລືອກເອົາຊາວຢິວເປັນຄົນພິເສດຂອງພຣະອົງເຊິ່ງຈະບອກຄົນອື່ນໆທັງຫມົດກ່ຽວກັບຄວາມລອດທີ່ມາຈາກພຣະອົງ. ອາດແປອີກວ່າ: "ເພື່ອທຸກຄົນຈະຮູ້ກ່ຽວກັບຄວາມລອດຂອງພຣະເຈົ້າເພາະວ່າຊາວຢິວ."