lo_tn/jer/50/38.md

2.3 KiB

ນ້ຳທັງຫລາຍຂອງນາງ

“ນໍ້າ” ສະແດງເຖິງແຫລ່ງນໍ້າ ແລະ ສິ່ງທີ່ຈຳເປັນອື່ນໆສຳລັບຊີວິດ, ໂດຍສະເພາະແມ່ນແມ່ນໍ້າທີ່ໄຫລຜ່ານເມືອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ຫມາຈິ້ງຈອກ

ຫມາຈິ້ງຈອກເປັນຫມາປ່າທີ່ພົບໃນທະວີບອາຊີ ແລະອາຟຣິກາ.

ພວກນົກກະຈອກເທດຫນຸ່ມຈະອາໄສຢູ່ໃນທີ່ນັ້ນ

"ນົກກະຈອກເທດ" ແມ່ນນົກອາຟຣິກາທີ່ໃຫຍ່ຫລາຍ ເຊິ່ງມັນແລ່ນໄວແຕ່ບິນບໍ່ໄດ້. ຄຳວ່າ "ນາງ" ຫມາຍເຖິງບາບີໂລນ.

ເພາະເມືອງນັ້ນຈະບໍ່ມີປະຊາຊົນຢູ່ອີກຕໍ່ໄປເປັນນິດ ຄືບໍ່ມີຊາວເມືອງອາໄສຢູ່ຕະຫລອດຊົ່ວນິລັນດອນ

ສອງວະລີນີ້ມີຄວາມຫມາຍດຽວກັນ ແລະ ເນັ້ນຫນັກວ່າບາບີໂລນຈະບໍ່ມີຜູ້ຄົນອາໄສຢູ່. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຈະບໍ່ມີຄົນພັກອາໄສຢູ່ບ່ອນນັ້ນ

ອາດແປໄດ້ອີກວ່າ: "ບໍ່ມີໃຜຈະອາໄສຢູ່ໃນເມືອງນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຈະບໍ່ມີຄົນພັກອາໄສຢູ່ບ່ອນນັ້ນ ແລະບໍ່ມີມະນຸດຄົນໃດອາໄສຢູ່ໃນເມືອງນັ້ນ.

ສອງວະລິນີ້ມີຄວາມຫມາຍດຽວກັນ ແລະ ເນັ້ນຫນັກວ່າບາບີໂລນຈະບໍ່ມີຜູ້ຄົນອາໄສຢູ່. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)