lo_tn/jer/46/07.md

3.1 KiB

ຂໍ້​ມູນ​ທົ່ວ​ໄປ:

ເຢເຣມີຢາສືບຕໍ່ອ້າງຄຳປະກາດຂອງ ພຣະຢາເວຕໍ່ປະເທດເອຢິບ.

ແມ່ນໃຜນໍໂຜ່ຂຶ້ນມາເຫມືອນແມ່ນໍ້ານາຍ

ອາດແປໄດ້ອີກວ່າ: "ປະເທດເອຢິບລຸກຂຶ້ນເທົ່າກັບນໍ້ານາຍ." ພຣະຢາເວຖາມຄຳຖາມນີ້ເພື່ອດຶງດູດຄວາມສົນໃຈຂອງຜູ້ຟັງໃຫ້ແກ່ປະເທດເອຢິບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເອຢິບໂຜ່ຂຶ້ນມາເຫມືອນນ້ຳນາຍ

ກອງທັບຂອງເອຢິບກຳລັງຖືກປຽບທຽບກັບການທຳລາຍທີ່ເກີດຈາກນໍ້າຖ້ວມໂດຍແມ່ນນໍ້ານາຍ.

ເອຢິບກ່າວວ່າ

ໃນນີ້ປະເທດເອຢິບຖືກເວົ້າຄືກັບວ່າເປັນຄົນຜູ້ຫນຶ່ງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

‘ຂ້ານ້ອຍຈະຂຶ້ນໄປ ແລະ ຂ້ານ້ອຍຈະປົກຄອງໂລກ, ຂ້ານ້ອຍຈະທຳລາຍຫົວເມືອງ ແລະ ຊາວເມືອງນັ້ນເສຍ.'

"ຂ້ອຍ" ແມ່ນປະເທດຊາດຂອງເອຢີບເຊິ່ງປະກາດຢ່າງພາກພູມໃຈວ່າກອງທັບຂອງມັນຈະທຳລາຍແຜ່ນດິນໂລກຄືກັບນໍ້າຖ້ວມ.

ມ້າທັງຫລາຍເອີຍ, ບຸກຫນ້າໄປເຖີດ, ລົດຮົບທັງຫລາຍເອີຍບຸກເຂົ້າເຖີດ

ພຣະຢາເວສັ່ງມ້າ ແລະ ລົດຮົບຄືກັບວ່າພວກເຂົາເປັນຄົນ. ທັງຄຳວ່າ "ມ້າ" ແລະ "ລົດຮົບ" ແມ່ນກ່າວເຖິງພາກສ່ວນຂອງການສູ້ຮົບ. ວະລີເຫລົ່ານີ້ແມ່ນກຳລັງສັ່ງໃຫ້ຄົນຂັບລົດຮົບຮັບຜິດຊອບໃນການສູ້ຮົບ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-personification]])

ຄົນກູເຊ...ຄົນພູດ...ຄົນລູດີ

ນີ້ແມ່ນຊື່ໃນພຣະຄຳພີສຳລັບປະເທດເອທິໂອເປຍ, ລີເບຍ, ແລະ ລີເດຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ໂກ່ງຄັນທະນູທັງຫລາຍ

ວະລີນີ້ຫມາຍຄວາມວ່າໃຊ້ທະນູໂດຍການດຶງສາຍເຊືອກກັບລູກສອນ.