lo_tn/jer/44/04.md

2.5 KiB

ດັ່ງນັ້ນ ເຮົາຈຶ່ງໄດ້ໃຊ້

ຄຳວ່າ "ເຮົາ" ຫມາຍເຖິງພຣະຢາເວ.

ຄວາມພິໂລດ ແລະ ຄວາມໂກດຮ້າຍຂອງເຮົາອອກ

ສິ່ງນີ້ອະທິບາຍເຖິງການລົງໂທດຂອງພຣະຢາເວເປັນສິ່ງທີ່ພຣະອົງສາມາດຢັບຢັ້ງໄວ້ຄືກັບນໍ້າໃນຖັງ ແຕ່ຫລັງຈາກນັ້ນຖອກລົງ ເມື່ອຄວາມໃຈຮ້າຍຂອງພຣະອົງເຮັດໃຫ້ພຣະອົງເລີ່ມລົງໂທດຕໍ່ຜູ້ທີ່ໂກດແຄ້ນພຣະອົງ. ອາດແປໄດ້ອີກວ່າ: "ເຮົາໄດ້ເທຄວາມໂກດແຄ້ນ ແລະ ຄວາມໂກດຮ້າຍຂອງເຮົາ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])

ຄວາມພິໂລດ ແລະ ຄວາມໂກດຮ້າຍ

ຄຳວ່າ "ຄວາມພິໂລດ" ແລະ "ຄວາມໂກດຮ້າຍ" ຄວາມຫມາຍໂດຍພື້ນຖານແລ້ວແມ່ນສິ່ງດຽວກັນ ແລະ ເນັ້ນຫນັກເຖິງຄວາມຮຸນແຮງຂອງຄວາມໂກດແຄ້ນຂອງພຣະອົງ. ອາດແປໄດ້ອີກວ່າ: "ຄວາມໂກດຮ້າຍຂອງຂ້ອຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ເມືອງເຫລົ່ານັ້ນຈຶ່ງໄດ້ກາຍເປັນຊາກຫັກພັງ ແລະ ຮົກຮ້າງ

ຄຳວ່າ “ຊາກຫັກພັງ” ແລະ “ຄວາມເສຍຫາຍ” ຄວາມຫມາຍໂດຍພື້ນຖານແລ້ວແມ່ນສິ່ງດຽວກັນ. ຮ່ວມກັນພວກມັນເນັ້ນຫນັກເຖິງຄວາມເສຍຫາຍຢ່າງສິ້ນເຊີງຂອງຢູດາ ແລະ ເຢຣູຊາເລັມ. ອາດແປໄດ້ອີກວ່າ: "ພວກເຂົາກາຍເປັນທີ່ຮົກຮ້າງຢ່າງສິ້ນເຊີງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)