lo_tn/jer/38/22.md

2.8 KiB

ຂໍ້​ມູນ​ທົ່ວ​ໄປ:

ເຢເຣມີສືບຕໍ່ລົມກັບກະສັດເຊເດກິຢາ.

ຜູ້ຍິງທຸກຄົນທີ່ເຫລືອຢູ່ ... ຈະຖືກນຳອອກໄປມອບໃຫ້ພວກເຈົ້ານາຍຂອງກະສັດບາບີໂລນ

ອາດແປໄດ້ອີກວ່າ: "ພວກທະຫານຈະນຳເອົາຜູ້ຍິງທຸກຄົນທີ່ຍັງເຫລືອ ... ອອກໄປຫາເຈົ້າຫນ້າທີ່ກະສັດຂອງບາບີໂລນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ບັນດາພະສະຫາຍກໍຫລີກຫນີຈາກພະອົງໄປ

ອາດແປໄດ້ອີກວ່າ: "ເພື່ອນຂອງທ່ານໄດ້ຫລອກລວງທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ພະບາດທັງສອງຂອງພະອົງກໍຈົມລົງຂີ້ຕົມ

ນີ້ຫມາຍຄວາມວ່າກະສັດກຳລັງຕົກຢູ່ໃນສະພາບຫຍຸ້ງຍາກຫລື ສິ້ນຫວັງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເພາະບັນດາມະເຫສີ ແລະລູກທັງຫລາຍຂອງພະອົງຈະຖືກນຳໄປມອບໃຫ້ຊາວເຄນເດຍ

ອາດແປໄດ້ອີກວ່າ: "ພວກທະຫານຈະພາເມຍ ແລະ ລູກຂອງເຈົ້າອອກໄປສູ່ຊາວເຄນເດຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ພະອົງເອງກໍຈະບໍ່ລອດພົ້ນໄປຈາກມືຂອງພວກເຂົາ

ອາດແປໄດ້ອີກວ່າ: "ຈະບໍ່ຫນີຈາກອຳນາດຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພະອົງຈະຖືກກະສັດບາບີໂລນຈັບໄດ້, ແລະເມືອງນີ້ກໍຈະຖືກເຜົາພິນາດ

ໃນນີ້ຄຳວ່າ “ມື” ຫມາຍເຖິງພະລັງຂອງກະສັດຫລືກອງທັບຂອງລາວ. ອາດແປໄດ້ອີກວ່າ: "ກອງທັບຂອງກະສັດບາບີໂລນຈະຈັບທ່ານ ແລະ ຈະຈູດເມືອງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-activepassive]])