lo_tn/jer/38/04.md

1.7 KiB

ລາວໄດ້ເຮັດໃຫ້ທະຫານໃນເມືອງນີ້ເສຍກຳລັງໃຈລົງ, ທັງມືຂອງປະຊາຊົນທັງຫມົດເຫມືອນກັນ

ອາດແປໄດ້ອີກວ່າ: "ລາວກຳລັງເຮັດໃຫ້ທະຫານ ແລະ ປະຊາຊົນທຸກຄົນໃນເມືອງຂາດຄວາມກ້າຫານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເພາະວ່າຄົນຜູ້ນີ້ບໍ່ໄດ້ຄິດຫາຫວັດດີພາບແກ່ຊົນຊາດນີ້, ແຕ່ຫາຄວາມທຸກຍາກລຳບາກມາໃສ່ພວກເຂົາ

ອາດແປໄດ້ອີກວ່າ: "ສຳລັບເຢເລມີຢາບໍ່ໄດ້ເຮັດວຽກເພື່ອຊ່ວຍເຫລືອຄົນພວກນີ້, ແຕ່ລາວກຳລັງເຮັດສິ່ງທີ່ຈະທຳຮ້າຍຄົນເຫລົ່ານີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

ເບິ່ງແມ, ຜູ້ຊາຍຄົນນີ້ຢູ່ໃນມືຂອງພວກເຈົ້າແລ້ວ

ຄຳວ່າ "ເບິ່ງແມ" ທີ່ນີ້ເພີ່ມຄວາມເອົາໃຈໃສ່ຕໍ່ສິ່ງທີ່ຕາມມາ. ອາດແປໄດ້ອີກວ່າ: "ເບິ່ງແມ, ທ່ານມີອຳນາດເຫນືອລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)