lo_tn/jer/33/04.md

1.1 KiB

ດ້ວຍຄວາມໂກດຮ້າຍ ແລະຄວາມພິໂລດຂອງເຮົາ

ຄຳວ່າ "ຄວາມໂກດຮ້າຍ" ແລະ "ຄວາມພິໂລດ" ມີຫມາຍຄວາມໂດຍພື້ນຖານເຖິງສິ່ງດຽວກັນ ແລະ ເນັ້ນຫນັກເຖິງຄວາມຮຸນແຮງຂອງຄວາມໂກດແຄ້ນຂອງພຣະອົງ. ອາດແປໄດ້ອີກວ່າ: "ໃນຄວາມໂກດແຄ້ນທີ່ສຸດຂອງເຮົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ໄດ້ເຊື່ອງຫນ້າ

ວະລີນີ້ສະແດງໃຫ້ເຫັນຄວາມບໍ່ພໍໃຈຂອງພຣະຢາເວກັບເມືອງ. ອາດແປໄດ້ອີກວ່າ: "ເຮົາໄດ້ຫັນຫນີຈາກເຈົ້າ" ຫລື "ເຮົາບໍ່ສົນໃຈເຈົ້າອີກຕໍ່ໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)