lo_tn/jer/31/18.md

2.4 KiB

ພຣະອົງຊົງໃສ່ໂທດຂ້ານ້ອຍ, ແລະ ຂ້ານ້ອຍກໍຖືກລົງໂທດເປັນເຫມືອນລູກງົວທີ່ບໍ່ໄດ້ຮັບການຝຶກ

ການເວົ້າຊໍ້າຄືນຂອງວະລີບົ່ງບອກເຖິງຄວາມຮ້າຍແຮງຂອງການລົງໂທດຂອງພຣະຢາເວ ຫລື ຜົນຂອງມັນ. ອາດແປໄດ້ອີກວ່າ: "ພຣະອົງໄດ້ລົງໂທດຂ້ານ້ອຍຢ່າງຮຸນແຮງ" ຫລື "ພຣະອົງໄດ້ລົງໂທດຂ້ານ້ອຍ, ແລະ ຂ້ານ້ອຍໄດ້ຮຽນຮູ້ຈາກການລົງໂທດນັ້ນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຂ້ານ້ອຍກໍຖືກລົງໂທດເປັນເຫມືອນລູກງົວທີ່ບໍ່ໄດ້ຮັບການຝຶກ

ເອຟຣາອິມ ກຳລັງຂໍໃຫ້ພຣະເຈົ້າເຮັດໃຫ້ລາວສາມາດສອນໄດ້ຄືກັບງົວທີ່ບໍ່ໄດ້ຮັບການຝຶກອົບຮົມ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ຂ້ານ້ອຍຮູ້ສຶກລະອາຍ ແລະ ໄດ້ອັບອາຍຂາຍຫນ້າ

ຄຳວ່າ "ຫນ້າອາຍ" ແລະ "ອັບອາຍ" ຄວາມຫມາຍໂດຍພື້ນຖານແລ້ວແມ່ນສິ່ງດຽວກັນ ແລະ ເພີ່ມທະວີແນວຄິດແຫ່ງຄວາມອັບອາຍ. ອາດແປໄດ້ອີກວ່າ: "ຂ້ານ້ອຍມີຄວາມລະອາຍຫມົດ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ຊາວເອຟຣາອິມເອີຍ, ລູກຊາຍທີ່ຮັກຍິ່ງຂອງເຮົາບໍ່ແມ່ນຫລື?

ອາດແປໄດ້ອີກວ່າ: "ເອຟຣາອິມແມ່ນລູກທີ່ຮັກຂອງເຮົາ. ລາວເປັນລູກຊາຍທີ່ຫນ້າຮັກຂອງເຮົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)