lo_tn/jer/31/10.md

2.0 KiB

ພຣະອົງຜູ້ເຮັດໃຫ້ອິດສະຣາເອນກະຈັດກະຈາຍໄປຈະເຕົ້າໂຮມອີກຄັ້ງ

ອາດແປໄດ້ອີກວ່າ: "ເຮົາໄດ້ເຮັດໃຫ້ຜູ້ຄົນຂອງເຮົາກະຈັດກະຈາຍໄປໃນບັນດາປະຊາຊາດ, ແຕ່ດຽວນີ້ເຮົາກຳລັງພາພວກເຂົາກັບບ້ານ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເບິ່ງແຍງພວກເຂົາເຫມືອນຄົນລ້ຽງແກະເບິ່ງແຍງແກະຂອງຕົນ

ນີ້ຫມາຍຄວາມວ່າພຣະເຈົ້າເບິ່ງແຍງ ແລະ ປົກປ້ອງປະຊາຊົນຂອງພຣະອົງຄືກັບຜູ້ລ້ຽງແກະ ໄດ້ລ້ຽງຝູງແກະຂອງລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ເພາະພຣະຢາເວໄດ້ຊົງໄຖ່ຢາໂຄບໄວ້ແລ້ວ ແລະໄດ້ໄຖ່ເຂົາຈາກເງື້ອມມືທີ່ແຂງແຮງເກີນກວ່າເຂົາ

ສອງປະໂຫຍກນີ້ໂດຍພື້ນຖານແລ້ວຫມາຍເຖິງສິ່ງດຽວກັນ ແລະ ເນັ້ນຫນັກວ່າມັນແມ່ນພຣະຢາເວ ເປັນຜູ້ທີ່ໄດ້ຊ່ວຍຊີວິດ ຊາວອິດສະຣາເອນ. ອາດແປໄດ້ອີກວ່າ: "ເພາະວ່າພຣະຢາເວໄດ້ຊ່ວຍຊີວິດຊາວອິດສະຣາເອນ ໃຫ້ພົ້ນຈາກສັດຕູທີ່ເຂັ້ມແຂງເກີນໄປສຳລັບພວກເຂົາ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-metonymy]])