lo_tn/jer/30/16.md

3.2 KiB

ດັ່ງນັ້ນ ທຸກຄົນໃດທຳຮ້າຍພວກເຈົ້າ ແລະສັດຕູຂອງພວກເຈົ້າທັງຫມົດຈະຕົກເປັນຊະເລີຍ ເພາະຄົນເຫລົ່ານັ້ນທີ່ໄດ້ປຸ້ນພວກເຈົ້າກໍຈະຖືກປຸ້ນ

ປະໂຫຍກທັງສອງນີ້ມີຄວາມຫມາຍຄ້າຍຄືກັນ. ປະໂຫຍກທີສອງເສີມສ້າງຄວາມຄິດຂອງປະໂຫຍກທຳອິດ. ອາດແປໄດ້ອີກວ່າ: "ທຸກໆປະຊາຊາດທີ່ເຮັດໃຫ້ເຈົ້າເປັນທາດຈະຖືກໃຊ້ເປັນທາດ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ດັ່ງນັ້ນ ທຸກຄົນໃດທຳຮ້າຍພວກເຈົ້າ ແລະສັດຕູຂອງພວກເຈົ້າທັງຫມົດຈະຕົກເປັນຊະເລີຍ

ອາດແປໄດ້ອີກວ່າ: "ດັ່ງນັ້ນຜູ້ທີ່ທຳລາຍເຈົ້າ, ສັດຕູຂອງພວກເຂົາຈະທຳລາຍພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເພາະຄົນເຫລົ່ານັ້ນທີ່ໄດ້ປຸ້ນພວກເຈົ້າກໍຈະຖືກປຸ້ນ, ແລະເຮົາຈະເຮັດໃຫ້ທຸກຄົນທີ່ເອົາພວກເຈົ້າເປັນເຫຍື່ອ ເຮົາຈະໃຫ້ພວກເຂົາຕົກເປັນເຫຍື່ອເຊັ່ນກັນ.

ປະໂຫຍກທັງສອງນີ້ມີຄວາມຫມາຍຄ້າຍຄືກັນ. ປະໂຫຍກທີສອງເສີມສ້າງຄວາມຄິດຂອງປະໂຫຍກທຳອິດ. ອາດແປໄດ້ອີກວ່າ: "ເຮົາຈະເຮັດໃຫ້ສັດຕູຂອງຜູ້ທີ່ລັກສິ່ງຂອງເຈົ້າໃນສົງຄາມລັກເອົາສິ່ງຂອງຈາກພວກເຂົາໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ພວກເຂົາທັງຫລາຍໄດ້ເອີ້ນພວກເຈົ້າວ່າ: ພວກນອກຄອກ

ພວກນອກຄອກແມ່ນຄົນອື່ນບໍ່ຍອມຮັບ ຫລື ອະນຸຍາດໃຫ້ລາວເຂົ້າຮ່ວມກັບພວກຂອງຕົນ. ອາດແປໄດ້ອີກວ່າ: "ພວກເຂົາເອີ້ນເຈົ້າວ່າ: 'ຜູ້ຖືກປະຕິເສດ'" ຫລື "ພວກເຂົາເວົ້າວ່າ," ບໍ່ມີໃຜຕ້ອງການເຈົ້າ'"

ບໍ່ມີໃຜສົນໃຈເມືອງຊີໂອນ

ອາດແປໄດ້ອີກວ່າ: "ບໍ່ມີໃຜສົນໃຈຜູ້ຄົນຂອງສີໂອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)