lo_tn/jer/24/08.md

2.0 KiB

ແຕ່ເຫມືອນດັ່ງຫມາກເດື່ອເທດທີ່ຂີ້ຮ້າຍທີ່ເຫນົ່າຫລາຍຈົນກິນບໍ່ໄດ້ນັ້ນ

ສຳນວນນີ້ປຽບທຽບຫມາກເດື່ອທີ່ບໍ່ດີກັບຄົນບໍ່ດີ. ຫມາກເດື່ອທີ່ບໍ່ດີແມ່ນຫມາກເດື່ອ ເຊິ່ງບໍ່ສາມາດກິນໄດ້ ແລະ ບໍ່ມີປະໂຫຍດ, ຄົນບໍ່ດີບໍ່ປະຕິບັດຕາມພຣະຢາເວ ແລະ ບໍ່ມີປະໂຫຍດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ເຮົາຈະເຮັດໃຫ້ພວກເຂົາກາຍເປັນສິ່ງທີ່ຫນ້າຢ້ານກົວ, ເປັນໄພພິບັດ

ພຣະຢາເວປຽບທຽບຄຳຕັດສິນທີ່ກຳລັງຈະມາເຖິງຕໍ່ປະຊາຊົນຂອງເຢຣູຊາເລັມ ກັບບາງສິ່ງທີ່ຈະເຮັດໃຫ້ຄົນອື່ນຢ້ານກົວເມື່ອພວກເຂົາເຫັນມັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຮົາຈະສົ່ງດາບອອກໄປ, ແລະການອຶດຢາກອາຫານ, ແລະ ພະຍາດລະບາດມາທ່າມກາງພວກເຂົາ

ອາດແປໄດ້ອີກວ່າ: "ເຮົາຈະຂ້າພວກເຂົາດ້ວຍສົງຄາມ, ຄວາມອຶດຢາກ ແລະ ຄວາມເຈັບປ່ວຍ."

ເຮົາຈະສົ່ງດາບອອກໄປ

ອາດແປໄດ້ອີກວ່າ: "ເຮົາຈະສົ່ງກອງທັບສັດຕູ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)