lo_tn/jer/24/04.md

3.0 KiB

ພຣະທັມຂອງພຣະຢາເວກໍມາເຖິງ

ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 1: 1.

ເຫມືອນກັບຫມາກເດື່ອເທດທີ່ດີ

ຫມາກເດື່ອທີ່ດີແມ່ນບັນດາຊາວຢູດາທີ່ຖືກເນລະເທດ ຖືກສົ່ງໄປເຖິງແຜ່ນດິນກາເດອາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ເຮົາຈະຕັ້ງຕາຂອງເຮົາເບິ່ງພວກເຂົາ ເພື່ອຈະເຮັດຄວາມດີ

ອາດແປໄດ້ອີກວ່າ: "ເຮົາຈະອວຍພອນພວກເຂົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ເຮົາຈະສ້າງພວກເຂົາຂຶ້ນ, ແລະຈະບໍ່ຮື້ພວກເຂົາລົງ. ເຮົາຈະປູກຝັງພວກເຂົາ ແລະບໍ່ຖອນພວກເຂົາເສຍ.

ປະໂຫຍກທັງສອງນີ້ມີຄວາມຫມາຍຄ້າຍຄືກັນ. ປະໂຫຍກທີສອງເສີມສ້າງຄວາມຄິດຂອງປະໂຫຍກຕົ້ນ. (ເບິ່ງເພີ່ມເຕີມ: " rc://*/ta/man/translate/figs-parallelism) ອາດແປໄດ້ອີກວ່າ: "ຂ້ອຍຈະຊ່ວຍພວກເຂົາໃຫ້ຈະເລີນຮຸ່ງເຮືອງໃນເຄນເດຍ. "

ເຮົາຈະສ້າງພວກເຂົາຂຶ້ນ, ແລະຈະບໍ່ຮື້ພວກເຂົາລົງ

ສຳນວນນີ້ປຽບທຽບການເນລະເທດກັບອາຄານກໍ່ສ້າງຊຶ່ງພຣະຢາເວຈະສ້າງ ແລະ ຈະບໍ່ທຳລາຍ. ອາດແປໄດ້ອີກວ່າ: "ເຮົາຈະຊ່ວຍພວກເຂົາຈະເລີນຮຸ່ງເຮືອງຢູ່ໃນແຜ່ນດິນ, ແລະ ບໍ່ທຳລາຍພວກເຂົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຮົາຈະປູກຝັງພວກເຂົາ ແລະບໍ່ຖອນພວກເຂົາເສຍ

ອາດແປໄດ້ອີກວ່າ: "ເຮົາຈະຕັ້ງພວກເຂົາຢູ່ໃນແຜ່ນດິນ, ແລະ ບໍ່ເອົາພວກມັນອອກ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກເຂົາຈະກັບມາຫາເຮົາດ້ວຍຄວາມເຕັມໃຈ

ອາດແປໄດ້ອີກວ່າ: "ພວກເຂົາຈະຫັນມາຫາເຮົາດ້ວຍຫມົດຈິດໃຈຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)