lo_tn/jer/23/09.md

4.3 KiB

ຂໍ້​ມູນ​ທົ່ວ​ໄປ:

ການປ່າວປະກາດໄດ້ປ່ຽນຈາກພຣະຢາເວໄປ ເຢເຣມີຢາ.

ກ່ຽວກັບເລື່ອງບັນດາຜູ້ປະກາດພຣະທັມມີຄື, ໃຈຂອງຂ້ານ້ອຍເປັນທຸກຢູ່ພາຍໃນຂ້ານ້ອຍ, ແລະກະດູກທັງຫມົດຂອງຂ້ານ້ອຍກໍສັ່ນ

ຫົວໃຈຂອງຜູ້ປະກາດພຣະຄຳໄດ້ແຕກສະລາຍ ແລະ ກະດູກສັ່ນສະເທືອນ ເພາະລາວຢ້ານການພິພາກສາທີ່ຈະເປັນຜົນມາຈາກຄຳຕົວະຂອງບັນດາຜູ້ປະກາດພຣະຄຳປອມ. ອາດແປໄດ້ອີກວ່າ: "ຂ້ານ້ອຍມີຄວາມຢ້ານກົວຫລາຍຕໍ່ສິ່ງທີ່ຈະເກີດຂື້ນເພາະພວກຜູ້ປະກາດພຣະຄຳປອມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ໃຈຂອງຂ້ານ້ອຍເປັນທຸກຢູ່ພາຍໃນຂ້ານ້ອຍ

ອາລົມຂອງຜູ້ປະກາດພຣະຄຳໄດ້ຖືກກ່າວເຖິງຄືກັບວ່າພວກເຂົາເປັນຫົວໃຈຂອງລາວ. ອາດແປໄດ້ອີກວ່າ: "ຂ້ານ້ອຍເສົ້າໃຈຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ກະດູກທັງຫມົດຂອງຂ້ານ້ອຍກໍສັ່ນ

ໃນນີ້ຄວາມຮູ້ສຶກຢ້ານກົວແມ່ນຖືກເວົ້າຄືກັບວ່າກະດູກຂອງຜູ້ປະກາດພຣະຄຳໄດ້ສັ່ນສະເທືອນ. ອາດແປໄດ້ອີກວ່າ: "ຂ້ອຍຢ້ານຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຂ້ານ້ອຍເປັນເຫມືອນຄົນເມົາດ້ວຍເຫລົ້າອະງຸ່ນ, ເນື່ອງດ້ວຍພຣະຢາເວ ແລະ ເນື່ອງດ້ວຍພຣະທັມແຫ່ງຄວາມບໍລິສຸດຂອງພຣະອົງ

ໃນນີ້ຄວາມໂສກເສົ້າ ແລະ ຢ້ານກົວແມ່ນຖືກເວົ້າເຖິງວ່າຄົນທີ່ເປັນທຸກຄືກັບຄົນເມົາເຫລົ້າ. ອາດແປໄດ້ອີກວ່າ: "ຂ້ານ້ອຍເປັນຄືກັບຄົນເມົາເຫລົ້າ; ຂ້ານ້ອຍບໍ່ສາມາດຄວບຄຸມຕົວເອງໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ແຜ່ນດິນນັ້ນເຕັມໄປດ້ວຍຄົນລ່ວງປະເວນີ

ການເວົ້າເກີນຈິງນີ້ແມ່ນໃຊ້ເພື່ອສະແດງລະດັບຂອງຄວາມຊົ່ວຮ້າຍຊຶ່ງເກີດຂື້ນໃນສະໄໝຂອງເຢເຣມີຢາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hyperbole)

ຄົນລ່ວງປະເວນີ

ຄຳເວົ້ານີ້ອາດຈະຫມາຍເຖິງຄວາມຄິດທີ່ແທ້ຈິງທີ່ຄົນສ່ວນໃຫຍ່ໃນປະເທດໄດ້ຫລິ້ນຊູ້ຜິດເມຍຂອງພວກເຂົາ ແລະ ເປັນຄົນທົ່ວໄປໃນພາສາຄຳພີເນື່ອງຈາກຄວາມຄິດທີ່ວ່າພວກເຂົາປະຖິ້ມພຣະຢາເວ ຫັນໄປນະມັດສະການຮູບເຄົາລົບ (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ຖິ່ນແຫ້ງແລ້ງກັນດານກໍແຫ້ງໄປ

ບາງສະບັບທີ່ທັນສະໄຫມ ຕີຄວາມຫມາຍປະໂຫຍກໃນພາສາເຮັບເຣີນີ້ວ່າ "ແຜ່ນດິນໄຫວ້ທຸກ."