lo_tn/jer/23/05.md

3.4 KiB

ວັນເວລາເຫລົ່ານັ້ນກຳລັງມາເຖິງ

ເວລາໃນອະນາຄົດຈະຖືກກ່າວເຖິງຄືກັບວ່າ ມັນເປັນວັດຖູອັນຫນຶ່ງທີ່ແລ່ນຕຳເຂົ້າຫາຜູ້ເວົ້າ ຫລື ຜູ້ຟັງ. ອາດແປໄດ້ອີກວ່າ: "ເວລານັ້ນຈະເກີດຂື້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຄຳປະກາດຂອງພຣະຢາເວ

"ສິ່ງທີ່ພຣະຢາເວໄດ້ປະກາດ" ຫລື "ສິ່ງທີ່ພຣະຢາເວໄດ້ກ່າວ." ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 1:7.

ເປັນກະສັດຜູ້ຊອບທຳ

ກະສັດໃນອະນາຄົດຜູ້ນີ້ທີ່ສືບເຊື້ອສາຍມາຈາກດາວິດຖືກກ່າວເຖິງຄືກັບວ່າລາວເປັນກິ່ງກ້ານທີ່ປູກຢູ່ເທິງຕົ້ນໄມ້. ອາດແປໄດ້ອີກວ່າ: "ເຊື້ອສາຍທີ່ຊອບທຳ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເປັນກະສັດຜູ້ຊອບທຳ

ພຣະຄຳບາງສະບັບທີ່ໃຊ້ສັບພາສາທັນສະໄຫມ ແປວ່າ "ຜູ້ສືບທອດທີ່ຖືກຕ້ອງຕາມກົດຫມາຍຕໍ່ບັນລັງ."

ເຮັດແຕ່ສິ່ງທີ່ຊອບທຳ ແລະ ຍຸດຕິທຳຕໍ່ປະຊາຊົນທົ່ວແຜ່ນດິນ

"ຄວາມຍຸດຕິທຳ” ແລະ “ຄວາມຊອບທຳ” ຫມາຍເຖິງຄົນທີ່ກະທຳຢ່າງທ່ຽງທຳ ແລະ ຖືກຕ້ອງ. ອາດແປໄດ້ອີກວ່າ: "ເຮັດໃຫ້ຜູ້ຄົນປະຕິບັດຢ່າງຍຸດຕິທຳ ແລະ ຖືກຕ້ອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ແຜ່ນດິນ

ໃນນີ້ຄຳວ່າ “ແຜ່ນດິນ” ແມ່ນຫມາຍເຖິງປະຊາຊົນທຸກຄົນໃນປະເທດ. ອາດແປໄດ້ອີກວ່າ: "ສຳລັບທຸກໆຄົນໃນເທດນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຢູດາຈະໄດ້ຮັບການຊ່ວຍກູ້, ແລະ ອິດສະຣາເອນຈະອາໄສຢູ່ຢ່າງປອດໄພ

ປະໂຫຍກທັງສອງນີ້ມີຄວາມຫມາຍຄ້າຍຄືກັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຢູດາຈະໄດ້ຮັບການຊ່ວຍກູ້

ປະໂຫຍກນີ້ສາມາດເວົ້າໃນຮູບບແບບການກະທຳ. ອາດແປໄດ້ອີກວ່າ: "ພຣະອົງຈະຊ່ວຍກູ້ຢູດາຈາກພວກສັດຕູຂອງພວກເຂົາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-activepassive]] ແລະ [[rc:///ta/man/translate/figs-explicit]])