lo_tn/jer/18/18.md

2.9 KiB

ໃຫ້ເຮົາຄິດແຜນປອງຮ້າຍເຢເຣມີຢາ

"ຂໍໃຫ້ພວກເຮົາວາງແຜນທີ່ຈະທຳຮ້າຍ ເຢເຣມີຢາ"

ທຳມະບັນຍັດບໍ່ຄວນຈະສູນຫາຍໄປຈາກພວກປະໂລຫິດ, ຫລືຈາກຄຳປຶກສາຈາກພວກນັກປາດ, ຫລືຈາກບັນດາຖ້ອຍຄຳເຫລົ່ານັ້ນຂອງຜູ້ປະກາດພຣະທໍາ.

ອາດແປໄດ້ອີກວ່າ: "ພວກປະໂລຫິດຈະມີກົດຫມົດສະເຫມີ. ພວກສະຫລາດຈະໃຫ້ຄຳແນະນຳສະເຫມີ, ແລະ ຜູ້ປະກາດພຣະທຳຈະເວົ້າຢູ່ສະເຫມີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-litotes)

ໂຈມຕີເຂົາດ້ວຍບັນດາຖ້ອຍຄຳຂອງພວກເຮົາ

"ເວົ້າສິ່ງທີ່ຈະເປັນອັນຕະລາຍຕໍ່ລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຂໍພຣະອົງຊົງຟັງຂ້ານ້ອຍ

ໃນນີ້ເຢເຣມີຢາເລີ່ມເວົ້າກັບ ພຣະຢາເວ.

ຄວາມພິນາດຈາກພວກເຂົາຈະເປັນລາງວັນຂອງຂ້ານ້ອຍສຳລັບການເຮັດດີຕໍ່ພວກເຂົາຫລື?

ເຢເຣມີຢາຖາມຄຳຖາມນີ້ເພື່ອເນັ້ນຫນັກວ່າ ບໍ່ຄວນຕອບແທນສິ່ງດີດ້ວຍສິ່ງທີ່ບໍ່ດີ. ອາດແປໄດ້ອີກວ່າ: "ໄພພິບັດຈາກພວກມັນບໍ່ຄວນເປັນລາງວັນຂອງຂ້ານ້ອຍທີ່ຂ້ອຍເປັນຄົນດີຕໍ່ພວກເຂົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ໄດ້ຂຸດຂຸມໃວ້ສຳລັບຂ້ານ້ອຍ

ອາດແປໄດ້ອີກວ່າ: "ຂຸດຂຸມເພື່ອດັກຂ້ານ້ອຍ ແລະ ຂ້າຂ້ານ້ອຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-idiom]])

ເພືອຈະຫັນຄວາມໂກດຮ້າຍຂອງພຣະອົງໄປເສຍຈາກພວກເຂົາ

ອາດແປໄດ້ອີກວ່າ: "ເພື່ອວ່າທ່ານຈະບໍ່ລົງໂທດພວກເຂົາດ້ວຍຄວາມໂກດແຄ້ນຂອງທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)