lo_tn/jer/18/13.md

2.8 KiB

ຈົ່ງຖາມບັນດາປະຊາຊາດ, ໃຜເຄີຍໄດ້ຍິນສິ່ງນີ້ແດ່?

ຄຳຖາມນີ້ຫມາຍເຖິງປະໂຫຍກຫນຶ່ງ. ອາດແປໄດ້ອີກວ່າ: "ບໍ່ມີບ່ອນໃດໃນໂລກນີ້ທີ່ເຄີຍມີຜູ້ໃດໄດ້ຍິນກ່ຽວກັບເລື່ອງນີ້." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ອິດສະຣາເອນພົມມາຈາລີ

ມັນເປັນເລື່ອງທຳມະດາທີ່ຈະກ່າວເຖິງຊາດຕ່າງໆ ວ່າພວກເຂົາເປັນແມ່ຍິງ. ເຖິງຢ່າງໃດກໍ່ຕາມ, "ພົມມະຈາລີ" ເຮັດໃຫ້ຄົນຄິດເຖິງແມ່ຍິງສາວທີ່ບໍ່ເຄີຍແຕ່ງງານ ແລະ ບໍ່ເຄີຍມີໂອກາດທີ່ຈະບໍ່ສັດຊື່ຕໍ່ສາມີຂອງນາງ. ສະນັ້ນ, ການເອີ້ນຊາວອິດສະຣາເອນວ່າເປັນຍິງສາວບໍລິສຸດ ແມ່ນການໃຊ້ພາສາທີ່ສຸພາບ. ອາດແປໄດ້ອີກວ່າ: "ອິດສະຣາເອນ, ຜູ້ທີ່ທຳທ່າຕົວະວ່າໄດ້ອຸທິດຕົນຢ່າງເຕັມທີ່ຕໍ່ພຣະເຈົ້າ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-personification]] ແລະ [[rc:///ta/man/translate/figs-irony]])

ຫິມະໃນເລບານອນເຄີຍໄປຈາກເນີນເຜົາຫີນທັງຫລາຍເທິງດ້ານຂອງມັນບໍ?

ຄຳຖາມນີ້ຫມາຍເຖິງປະໂຫຍກຫນຶ່ງ. ອາດແປໄດ້ອີກວ່າ: "ຫິມະຂອງເລບານອນ ບໍ່ເຄີຍຫມົດໄປຈາກເນີນພູທີ່ໂງ່ນຫີນຢູ່ສອງຂ້າງຂອງມັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ບັນດານ້ຳຈາກພູເຂົາທີ່ໄຫລມາຈາກທີ່ໄກ, ສາຍນໍ້າເຢັນເຫລົ່ານັ້ນ ເຄີຍຖືກທຳລາຍໄປຫລື?

ຄຳຖາມນີ້ຫມາຍເຖິງປະໂຫຍກຫນຶ່ງ. ອາດແປໄດ້ອີກວ່າ: "ບໍ່ມີສິ່ງໃດທີ່ສາມາດທຳລາຍສາຍນໍ້າພູເຂົາເຫລົ່ານັ້ນທີ່ມາຈາກທາງໄກ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)