lo_tn/jer/18/11.md

3.1 KiB

ເບິ່ງແມ່

ອາດແປໄດ້ອີກວ່າ: "ເບິ່ງ" ຫລື "ຟັງ" ຫລື "ເອົາໃຈໃສ່ກັບສິ່ງທີ່ເຮົາກຳລັງຈະບອກເຈົ້າ"

ເຮົາກຳລັງກໍໄພພິບັດຕໍ່ພວກເຈົ້າ. ແລະຄິດວາງແຜນການຢ່າງຫນຶ່ງຕໍ່ສູ້ັກັບພວກເຈົ້າ.

ປະໂຫຍກທັງສອງນີ້ອະທິບາຍສິ່ງດຽວກັນ ເພື່ອເນັ້ນຫນັກວ່າຄຳເຕືອນນີ້ຈະເປັນອັນຕະລາຍແນວໃດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ກຳລັງກໍໄພພິບັດ

ພຣະຢາເວຫມາຍເຖິງໄພພິບັດເປັນບາງສິ່ງບາງຢ່າງທີ່ພຣະອົງສົ່ງມາເຫມືອນເປັນບຸກຄົນ ທີ່ຈະປັ້ນດິນເຜົາ. ອາດແປໄດ້ອີກວ່າ: "ປັ້ນຮູບຮ່າງ" ຫລື "ສ້າງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ກໍ່

"ຄິດເຖິງ" ຫລື "ວາງແຜນ" ຫລື "ສ້າງ"

ເພື່ອທາງທັງຫລາຍຂອງພວກເຈົ້າ

ອາດແປໄດ້ອີກວ່າ: "ວິຖີຊີວິດທີ່ຊົ່ວຮ້າຍຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ທາງທັງຫລາຍຂອງພວກເຈົ້າ, ແລະການກະທຳຂອງພວກເຈົ້າ

ຄຳວ່າ "ທາງ" ແລະ "ການປະຕິບັດ" ໂດຍພື້ນຖານແລ້ວ ຫມາຍເຖິງສິ່ງດຽວກັນ ແລະ ເນັ້ນຫນັກວ່າວິຖີການດຳລົງຊີວິດຂອງພວກເຂົາທັງຫມົດຕ້ອງມີການປ່ຽນແປງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ແຕ່ພວກເຂົາຈະຕອບວ່າ

ຄຳວ່າ "ພວກເຂົາ" ຫມາຍເຖິງຊາວຢູດາ ແລະ ເຢຣູຊາເລັມ.

ນີ້ບໍ່ມີປະໂຫຍດຫຍັງດອກ

ອາດແປໄດ້ອີກວ່າ: "ພວກເຮົາບໍ່ມີຄວາມຫວັງ"

ສິ່ງຊົ່ວຮ້າຍ, ຄືຄວາມປາດຖາຫນາຂອງຈິດໃຈທິ່ດື້ດ້ານ

ບຸກຄົນນີ້ຖືກກ່າວເຖິງໂດຍສ່ວນຫນຶ່ງຂອງຮ່າງກາຍຂອງລາວທີ່ກ່ຽວຂ້ອງກັບອາລົມ. ອາດແປໄດ້ອີກວ່າ: "ໂດຍຄວາມປາຖະຫນາຊົ່ວຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)