lo_tn/jer/17/09.md

4.0 KiB

ຈິດໃຈກໍເປັນໂຕຫລອກລວງຫລາຍກວ່າສິ່ງໃດທັງຫມົດ

ໃນນີ້ຄຳວ່າ "ຫົວໃຈ" ຫມາຍເຖິງແນວຄິດ ແລະ ຈິດໃຈຂອງຄົນເຮົາ. ອາດແປໄດ້ອີກວ່າ: "ຈິດໃຈຂອງມະນຸດແມ່ນສິ່ງທີ່ຫລອກລວງຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຜູ້ໃດຈະຮູ້ຈັກໃຈນັ້ນໄດ້?

ຜູ້ເວົ້າໃຊ້ຄຳຖາມນີ້ເພື່ອເນັ້ນຫນັກວ່າບໍ່ມີໃຜສາມາດເຂົ້າໃຈຫົວໃຈຂອງມະນຸດ. ອາດແປໄດ້ອີກວ່າ: "ບໍ່ມີໃຜສາມາດເຂົ້າໃຈມັນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ທົດລອງເບິ່ງໃຈທັງຫລາຍ

ອາລົມແມ່ນຖືກເວົ້າຄືກັບວ່າພວກມັນຕັ້ງຢູ່ໃນຫົວໃຈ. ອາດແປໄດ້ອີກວ່າ: "ຜູ້ທີ່ທົດສອບຄວາມຕ້ອງການຂອງຄົນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຕາມການປະພຶດຂອງເຂົາ

ຕໍ່ໄປນີ້ແມ່ນພຶດຕິກຳຂອງບຸກຄົນທີ່ຖືກກ່າວເຖິງຄືກັບວ່າມັນເປັນເສັ້ນທາງທີ່ລາວຢ່າງຢູ່ເລື້ອຍໆ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຕາມຜົນແຫ່ງການກະທຳຂອງພວກເຂົາ

ຕໍ່ໄປນີ້ແມ່ນຜົນຂອງການກະທຳຂອງບຸກຄົນ ທີ່ເວົ້າເຖິງຄືກັບວ່າມັນເປັນຫມາກຜົນຂອງຕົ້ນໄມ້. ອາດແປໄດ້ອີກວ່າ: "ສິ່ງທີ່ລາວໄດ້ເຮັດ" (ເບິ່ງມັນ: rc://*/ta/man/translate/figs-metaphor)

ນົກກະທາທີ່ຟັກໄຂ່ ຊຶ່ງມັນບໍ່ໃຫ້ອອກເອງ ... ເມື່ອເຖິງກາງໄວ ຄວາມຮັ່ງມີກໍຫວິດຈາກຄົນນັ້ນໄປ

ການປຽບທຽບຂອງນົກຊະນິດນີ້ ທີ່ຟັກໄຂ່ຂອງນົກຊະນິດອື່ນແມ່ນເພື່ອສະແດງໃຫ້ເຫັນວ່າ ຄົນລວຍທີ່ຫາເງິນໄດ້ໂດຍການປຸ້ນຄົນອື່ນ.

ເມື່ອເຖິງກາງໄວ

ໃນນີ້ຄຳວ່າ "ວັນ" ຫມາຍເຖີງຕະຫລອດຊີວິດຂອງຜູ້ໃດຜູ້ຫນຶ່ງ. ອາດແປໄດ້ອີກວ່າ: "ເມື່ອລາວມີຊີວິດພຽງເຄິ່ງຫນຶ່ງຂອງຊີວິດຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຄວາມຮັ່ງມີກໍຫວິດຈາກຄົນນັ້ນໄປ

ຊັບສົມບັດຖືກເວົ້າເຖິງຄືກັບວ່າພວກເຂົາເປັນ ຄົນຮັບໃຊ້ທີ່ຈະປະຖິ້ມເຈົ້າຂອງຂອງຕົນ. ອາດແປໄດ້ອີກວ່າ: "ລາວຈະປະປ່ອຍຄວາມຮັ່ງມີຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ໃນຕອນປາຍ

"ໃນຕອນທ້າຍຂອງຊີວິດຂອງລາວ"

ລາວຈະເປັນຄົນໂງ່ຈ້າ

"ລາວຈະຖືກສະແດງວ່າເປັນຄົນໂງ່"