lo_tn/jer/17/03.md

1.8 KiB

ບັນດາສິ່ງຂອງ ແລະຊັບສົມບັດທຸກຢ່າງຂອງພວກເຈົ້າ

ຄຳວ່າ “ຄວາມຮັ່ງມີ” ແລະ“ ຊັບສົມບັດ” ຫມາຍເຖິງສິ່ງດຽວກັນ ແລະ ຫມາຍເຖິງສິ່ງໃດຫນຶ່ງທີ່ພວກເຂົາຖືວ່າມີຄ່າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ເຄື່ອງປຸ້ນ

ສິ່ງນີ້ຫມາຍເຖິງສິ່ງຂອງທີ່ຄົນລັກເອົາ ຫລື ໂດຍການໃຊ້ກຳລັງບັງຄັບ.

ເພາະເຫດແຫ່ງຄວາມບາບທີ່ພວກເຈົ້າໄດ້ເຮັດ ຕະຫລອດທົ່ວແຜ່ນດິນຂອງພວກເຈົ້າ

ອາດແປໄດ້ອີກວ່າ: "ທ່ານໄດ້ເຮັດບາບຢູ່ທົ່ວທຸກບ່ອນ"

ມໍຣະດົກ

ນີ້ຫມາຍເຖິງແຜ່ນດິນອິດສະຣາເອນ.

ພວກເຈົ້າກໍ່ໄຟແຫ່ງຄວາມຮ້າຍຂຶ້ນຊຶ່ງຈະໄຫມ້ຢູ່ເປັນນິດ

ພຣະຢາເວປຽບທຽບຄຳຕັດສິນຂອງພຣະອົງກັບໄຟທີ່ທຳລາຍ. ອາດແປໄດ້ອີກວ່າ: "ໂດຍການເຮັດໃຫ້ຂ້ອຍໂກດແຄ້ນ, ມັນຄືກັບວ່າເຈົ້າໄດ້ກໍ່ໄຟທີ່ຈະເຮັດໃຫ້ພວກເຈົ້າລຸກໄໝ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)