lo_tn/jer/17/01.md

3.0 KiB

ຂໍ້ມູນທົ່ວໄປ:

ເບິ່ງເພີ່ມເຕີມ: [[rc:///ta/man/translate/writing-poetry]] ແລະ [[rc:///ta/man/translate/figs-parallelism]]

ບາບຂອງຢູດານັ້ນບັນທຶກໄວ້ດ້ວຍປາກກາເຫລັກ.....ທີ່ແຈແທ່ນບູຊາຂອງພວກເຂົາທັງຫລາຍ.

ຄວາມຈິງທີ່ວ່າປະຊາຊົນບໍ່ເຄີຍຢຸດເຊົາການກະທຳບາບຊໍ້າໆເຮັດໃຫ້ເບິ່ງຄືວ່າບາບເຫລົ່ານັ້ນໄດ້ຖືກບັນທຶກ ປະທັບລົງໃສ່ຫົວໃຈ ແລະ ແທ່ນບູຊາຮູບປັ້ນຂອງພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ບາບຂອງຢູດານັ້ນບັນທຶກໄວ້

ສິ່ງນີ້ອາດສະແດງອອກໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ປະຊາຊົນຢູດາໄດ້ຂຽນບາບຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ໄດ້ຈາລຶກໄວ້

ສິ່ງນີ້ອາດສະແດງອອກໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ພວກເຂົາໄດ້ສະຫລັກມັນໄວ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ໄດ້ຈາລຶກໄວ້ເທິງແຜ່ນແຫ່ງຈິດໃຈຂອງພວກເຂົາ

ນິໄສທີ່ຜິດບາບຂອງປະຊາຊົນຖືກເວົ້າເຖິງ ຍ້ອນວ່າບາບຂອງພວກເຂົາຖືກຝັງຢູ່ໃນຫົວໃຈ ແລະ ຄວາມຄິດຂອງພວກເຂົາເອງ. ຄຳວ່າ "ຫົວໃຈ" ຫມາຍເຖິງຄົນທັງປວງ, ຄວາມຄິດ, ອາລົມ ແລະ ການກະທຳຂອງພວກເຂົາ. ອາດແປໄດ້ອີກວ່າ: "ຖືກແກະສະຫລັກໄວ້ໃນຕົວຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ແຈແທ່ນບູຊາຂອງພວກເຂົາທັງຫລາຍ

ຄຳວ່າ “ແຈ” ຫມາຍເຖິງບ່ອນຕໍ່ກັນຂອງຫົວມູມເທິງແທ່ນບູຊາ.

ເທິງໂນນພູສູງທັງຫລາຍ

ບາງສະບັບຂອງພຣະຄຳພີໃຫມ່ເພີ່ມປະໂຫຍກທຳອິດຂອງປະໂຫຍກຕໍ່ໄປນີ້, ແປວ່າ "ຢູ່ເທິງເນີນພູສູງ ແລະ ພູເຂົາໃນເຂດດິນເປີດ."