lo_tn/jer/16/19.md

4.3 KiB

ຂ້າແດ່ພຣະຢາເວ, ພຣະອົງຊົງເປັນພຣະກຳລັງ

ໃນນີ້ເຢເຣມີຢາເລີ່ມເວົ້າກັບພຣະຢາເວ.

ເປັນພຣະກຳລັງ ແລະເປັນທີ່ລີ້ໄພຂອງຂ້ານ້ອຍ

ເຢເຣມີຢາກ່າວເຖິງພຣະຢາເວວ່າເປັນສະຖານທີ່ ທີ່ສັດຕູບໍ່ສາມາດໂຈມຕີລາວໄດ້. ລາວເວົ້າຊໍ້າຄືນຄວາມຄິດດຽວກັນສາມຄັ້ງ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-doublet]])

ຈາກທີ່ສຸດປາຍໂລກ

ອາດແປໄດ້ອີກວ່າ: "ຢູ່ທົ່ວທຸກບ່ອນໃນໂລກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ແນ່ແທ້ບັນພະບູລຸດຂອງພວກເຮົາໄດ້ຮັບມໍຣະດົກທີ່ຫລອກລວງ

ໃນນີ້ຄຳວ່າ "ຫລອກລວງ" ຫມາຍເຖິງພະເຈົ້າປອມ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກມັນເປົ່າວ່າງ; ບໍ່ມີປະໂຫຍດອັນໃດໃນພວກນັ້ນ.

ນີ້ຄຳວ່າ "ພວກເຂົາ" ແລະ "ພວກມັນ" ຫມາຍເຖິງເທບພະເຈົ້າປອມ ທີ່ບັນພະບຸລຸດໄດ້ສອນໃຫ້ພວກເຂົາເຊື່ອຖື. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ມະນຸດຈະສ້າງພະໄວ້ສຳລັບຕົນເອງໄດ້ບໍ?

ເຢເຣມີຢາ ຖາມຄຳຖາມນີ້ເພື່ອເນັ້ນຫນັກວ່າຜູ້ຄົນບໍ່ສາມາດເຮັດເທບພະເຈົ້າ ສຳລັບຕົນເອງ. ອາດແປໄດ້ອີກວ່າ: "ປະຊາຊົນບໍ່ສາມາດເຮັດເທບພະເຈົ້າ ສຳລັບຕົນເອງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເພາະສະນັ້ນ ເບິ່ງແມ!

ໃນນີ້ແມ່ນພຣະຢາເວເລີ່ມເວົ້າ. ຄຳວ່າ "ເບິ່ງແມ" ເພີ່ມຄວາມເອົາໃຈໃສ່ຕໍ່ສິ່ງທີ່ຕາມມາ. ອາດແປໄດ້ອີກວ່າ: "ເພາະສະນັ້ນ, ແທ້ຈິງແລ້ວ,"

ເຮົາຈະເຮັດໃຫ້ເຂົາຮູ້ຈັກ

ນີ້ຄຳວ່າ "ພວກມັນ" ຫມາຍເຖິງຄົນຈາກປະເທດຕ່າງໆ. ພຣະຢາເວກ່າວປະໂຫຍກນີ້ເພື່ອເນັ້ນຫນັກ.

ມືຂອງເຮົາ ແລະລິດທານຸພາບຂອງເຮົາ

ນີ້ຄຳວ່າ "ມື" ຫມາຍເຖິງອຳນາດ ແລະ ສິດອຳນາດ. ສອງປະໂຫຍກຄວາມຫມາຍໂດຍພື້ນຖານແມ່ນສິ່ງດຽວກັນ ແລະ ເນັ້ນຫນັກເຖິງລິດເດດອັນຍິ່ງໃຫຍ່ຂອງພຣະຢາເວ. ອາດຈະແປໄດ້ອີກວ່າ: "ພະລັງທີ່ຍິ່ງໃຫຍ່ຂອງເຮົາ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-doublet]])

ເຂົາທັງຫລາຍຈະຮູ້ວ່າພຣະນາມຂອງເຮົາຄືພຣະຢາເວ.

ໃນນີ້ຄຳວ່າ "ຊື່" ຫມາຍເຖິງຕົວທັງຫມົດຂອງພຣະຢາເວ. ອາດແປໄດ້ອີກວ່າ: "ພວກເຂົາຈະຮູ້ວ່າເຮົາແມ່ນພຣະຢາເວ, ພຣະເຈົ້າທີ່ແທ້ຈິງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)