lo_tn/jer/15/10.md

4.4 KiB

ຂໍ້​ມູນ​ທົ່ວ​ໄປ:

ໃນຂໍ້ເຫລົ່ານີ້, ເຢເຣມີຢາໄດ້ເວົ້າກັບພຣະຢາເວກ່ຽວກັບຄວາມທຸກທໍລະມານຂອງຕົນ, ແລະ ພຣະຢາເວຊົງຕອບລາວ.

ວິບັດແກ່ຂ້ານ້ອຍ, ແມ່ຂອງຂ້ານ້ອຍ!

ເຢເຣມີຢາ ທຳທ່າເວົ້າເຖິງແມ່ຂອງລາວວ່າເປັນວິທີທີ່ຈະເນັ້ນຫນັກວ່າລາວກຳລັງເສົ້າສະຫລົດໃຈຫລາຍປານໃດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-apostrophe)

ຂ້ານ້ອຍເປັນຄົນທີ່ເຮັດໃຫ້ເກີດການໂຕ້ຖຽງ ແລະຂັດແຍ້ງກັນ

ຄຳວ່າ "ການຖົກຖຽງ" ແລະ "ການໂຕ້ຖຽງ" ພື້ນຖານຫມາຍສິ່ງດຽວກັນ. ໂດຍສອງປະໂທຫຍກນີ້ພວກມັນກ່າວເຖິງ ເຢເຣມີຢາ ການໂຕ້ຖຽງກັນຫລາຍປານໃດ. ອາດແປໄດ້ອີກວ່າ: "ຜູ້ຊາຍທີ່ທຸກຄົນໂຕ້ຖຽງກັນຕະຫລອດເວລາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ກູ້ຢືມ

ເພື່ອໃຫ້ເງິນກູ້ແກ່ຜູ້ໃດຜູ້ຫນຶ່ງ

ເຮົາບໍ່ໄດ້ຊ່ວຍເຈົ້າໃຫ້ໄດ້ຮັບສິ່ງດີຫລື?

ຄຳຕອບທີ່ຖືກຕ້ອງຕໍ່ຄຳຖາມນີ້ແມ່ນ "ແມ່ນແລ້ວ". ອາດແປໄດ້ອີກວ່າ: "ເຮົາຈະຊ່ວຍກູ້ເຈົ້າເມື່ອເຈົ້າເຮັດດີຢ່າງແນ່ນອນ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ພວກສັດຕູຂອງເຈົ້າ

ເຫລົ່ານັ້ນແມ່ນສັດຕູຂອງເຢເຣມີຢາທີ່ບໍ່ເຫັນດີນຳຄຳທຳນາຍຂອງລາວ.

ໃນເວລາລຳບາກ ແລະໃນເວລາທຸກໃຈ

ໃນທີ່ນີ້ຄຳວ່າ "ຄວາມລຳບາກ" ແລະ "ຄວາມທຸກໃຈ" ຫມາຍເຖິງພື້ນຖານສິ່ງດຽວກັນ. ພວກເຂົາເນັ້ນເຖິງລະດັບ ຫລືຄວາມຮຸນແຮງຂອງໄພພິບັດ. ອາດແປໄດ້ອີກວ່າ: "ໃນເວລາທີ່ປະສົບກັບໄພພິບັດອັນໃຫຍ່ຫລວງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ມີໃຜສາມາດຫັກເຫລັກໄດ້ຫລື?

ຄຳຕອບທີ່ຖືກຕ້ອງຕໍ່ຄຳຖາມນີ້ແມ່ນ "ບໍ່". ອີກຢ່າງຫນຶ່ງ, ເຫລັກຫມາຍເຖິງຄວາມຫນັກແຫນ້ນຫມັ້ນຄົງໃນການຕັດສິນຂອງພຣະເຈົ້າ. ອາດແປໄດ້ອີກວ່າ: "ການຕັດສິນໃຈຂອງຂ້ອຍບໍ່ສາມາດແຕກແຍກໄດ້, ຄືກັບເຫລັກທີ່ບໍ່ສາມາດຕີໄດ້" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-metaphor]])

ໂດຍສະເພາະແມ່ນເຫລັກຈາກທາງທິດເຫນືອທີ່ປະສົມທອງແດງໄດ້ຫລື?

ຄຳຖາມທີສອງນີ້ເຮັດໃຫ້ຄຳຖາມທຳອິດແຂງແຮງກວ່າເກົ່າ, ແລະ ໃຊ້ເຫລັກທີ່ແຂງແຮງພິເສດໃນຄຳປຽບທຽບ. ອາດແປໄດ້ອີກວ່າ: "ຍິ່ງໄປກວ່ານັ້ນ, ການຕັດສິນໃຈຂອງເຮົາຫນັກແຫນ້ນຄືກັບເຫລັກທີ່ແຂງແຮງທີ່ສຸດ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-metaphor]])