lo_tn/jer/15/05.md

2.2 KiB

ຂໍ້​ມູນ​ທົ່ວ​ໄປ:

ພຣະຢາເວໄດ້ບອກພວກເຂົາວ່າລາວຈະແຕ່ງຕັ້ງພວກເຂົາສີ່ກຸ່ມເພື່ອຂ້າພວກເຂົາ ດ້ວຍດາບ, ຫມາ, ນົກ, ແລະສັດເດຍລະສານ.

ເພາະວ່າໃຜຈະສົງສານພວກເຈົ້າ, ເຢຣູຊາເລັມເອີຍ? ຫລືໃຜຈະເສຍໃຈກັບພວກເຈົ້າ? ໃຜຈະແວ່ມາຖາມທຸກສຸກຂອງພວກເຈົ້າ?

ອາດແປໄດ້ອີກວ່າ: "ບໍ່ມີໃຜຄວນສົງສານເຈົ້າ, ປະຊາຊົນທີ່ອາໄສຢູ່ໃນເຢຣູຊາເລັມ. ບໍ່ມີໃຜຄວນໂສກເສົ້າເພາະການທຳ ລາຍຂອງເຈົ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເຈົ້າໄດ້ປະຕິເສດເຮົາ ... ເຈົ້າໄດ້ຖອຍຫລັງໄປຈາກເຮົາ

ສອງປະໂຫຍກນີ້ຫມາຍຄວາມວ່າໂດຍພື້ນຖານແລ້ວແມ່ນສິ່ງດຽວກັນ ແລະ ເນັ້ນຫນັກເຖິງສິ່ງທີ່ປະຊາຊົນມີ, ແທ້ຈິງແລ້ວ, ໄດ້ປະຖິ້ມພຣະຢາເວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຫວີຝັດເຂົ້າ

ເຄື່ອງມືກະສິກຳທີ່ມີມືຈັບຍາວ ແລະ ເຫລັກແຫລມ, ໂດຍສະເພາະແມ່ນໃຊ້ສຳລັບການຍົກ ແລະ ໂຍນເມັດເຂົ້າໃນອາກາດເພື່ອຟັດ.

ເຮົາຈະເຮັດໃຫ້ພວກເຂົາພາກຈາກກັນ

"ເຮົາຈະເຮັດໃຫ້ລູກຂອງພວກເຂົາຕາຍ" ຫລື "ເຮົາຈະປ່ອຍໃຫ້ສັດຕູຂອງພວກເຂົາຂ້າລູກຂອງພວກເຂົາ"