lo_tn/jer/13/22.md

2.7 KiB

ຂໍ້​ມູນ​ທົ່ວ​ໄປ:

ພຣະຢາເວຍັງສືບຕໍ່ສົນທະນາກັບເຢເຣມີຢາ. ພຣະອົງກຳລັງບອກເຢເຣມີຢາສິ່ງທີ່ຄວນເວົ້າກັບກະສັດຢູດາ ແລະ ແມ່ຂອງກະສັດ.

ເສື້ອຄຸມຂອງພວກເຈົ້າຈຶ່ງຕ້ອງຖືກຮື້ຂຶ້ນ

ອາດແປໄດ້ອີກວ່າ: "ທະຫານຂອງກອງທັບທີ່ໂຈມຕີຈະຍົກກະໂປງຂອງແມ່ຍິງຂອງເຈົ້າ". ເຄື່ອງນຸ່ງຂອງຜູ້ຍິງຂອງຢູດາຈະຖືກຈີກຂາດເພື່ອໃຫ້ທະຫານບາບີໂລນສາມາດຈັບພວກເຂົາ ແລະ ນອນກັບພວກເຂົາ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-euphemism]] ແລະ [[rc:///ta/man/translate/figs-activepassive]])

ປະຊາຊົນ ຊາວຄູສ ປ່ຽນສີຜິວຂອງຕົນໄດ້ບໍ

ອາດແປໄດ້ອີກວ່າ: "ຄົນຂອງຊາວຄູສບໍ່ສາມາດປ່ຽນສີຜິວຂອງພວກເຂົາໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຫລືເສືອດາວປ່ຽນລາຍຂອງມັນໄດ້ບໍ?

ອາດແປໄດ້ອີກວ່າ: "ເສືອດາວບໍ່ສາມາດປ່ຽນຈຸດຂອງມັນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-ellipsis]])

ຖ້າດັ່ງນັ້ນ, ພວກເຈົ້າຜູ້ທີ່ຄຸ້ນເຄີຍກັບການເຮັດຄວາມຊົ່ວ ຈະມາເຮັດຄວາມດີກໍໄດ້ຫລື?

ອາດແປໄດ້ອີກວ່າ: "ທ່ານບໍ່ສາມາດເຮັດສິ່ງທີ່ດີເພາະຄວາມຊົ່ວຮ້າຍຂອງທ່ານ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-irony)

ຈະກະຈາຍພວກເຂົາໄປເຫມືອນແກບທີ່ຖືກລົມພັດຈາກຖິ່ນແຫ້ງແລ້ງກັນດານ

ພຣະຢາເວກຳລັງກ່າວວ່າພຣະອົງຈະກະຈັດກະຈາຍປະຊາຊົນຂອງພຣະອົງໄປທົ່ວໂລກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)