lo_tn/jer/09/19.md

3.0 KiB

ຂໍ້​ມູນ​ທົ່ວ​ໄປ:

ນີ້ແມ່ນຄຳເວົ້າຂອງພຣະຢາເວກ່ຽວກັບປະຊາຊົນຢູດາ.

ເພາະໄດ້ຍິນສຽງຮ້ອງຄາງຈະໄດ້ຍິນໃນຊີໂອນ

ອາດແປໄດ້ອີກວ່າ: "ຜູ້ຄົນກຳລັງຮ້ອງໄຫ້ຢ່າງແຮງໃນເຢຣູຊາເລັມ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ພວກເຮົາຈິບຫາຍແລ້ວ

ພຣະຢາເວບອກສິ່ງທີ່ປະຊາຊົນຢູດາຈະເວົ້າເມື່ອແຜ່ນດິນຖືກທຳລາຍ. ອາດແປໄດ້ອີກວ່າ: "ພວກເຮົາຮູ້ສຶກອຸກໃຈຫລາຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ພວກເຮົາສຸດແສນຈະອັບອາຍ, ເພາະພວກເຮົາຕ້ອງປະຖິ້ມແຜ່ນດິນ ເພາະພວກເຂົາໄດ້ທຳລາຍບ່ອນຢູ່ອາໄສທັງຫລາຍຂອງພວກເຮົາລົງ.

"ຄວາມອັບອາຍຂອງພວກເຮົາຍິ່ງໃຫຍ່, ເພາະວ່າສັດຕູໄດ້ ທຳ ລາຍບ້ານເຮືອນຂອງພວກເຮົາ ແລະ ພວກເຮົາຕ້ອງໄດ້ອອກຈາກແຜ່ນດິນອິດສະຣາເອນ"

ຈົ່ງຟັງພຣະທັມຂອງພຣະຢາເວ ໃຫ້ໃຈຈົດຈໍ່ໃນພຣະທັມຈາກປາກຂອງພຣະອົງ.

ສອງປະໂຫຍກນີ້ຫທາຍເຖິງສິ່ງດຽວກັນ ແລະ ເນັ້ນຄຳສັ່ງໃຫ້ຟັງສິ່ງທີ່ ພຣະຢາເວເວົ້າ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-metonymy]])

ແລ້ວຈົ່ງສອນບົດເພັງງານສົບແກ່ລູກສາວຂອງພວກເຈົ້າ, ແລະ ຈົ່ງສອນບົດເພງແຫ່ສົບແກ່ເພື່ອນບ້ານຜູ້ຍິງແຕ່ລະຄົນ

ສອງປະໂຫຍກນີ້ມີຄວາມຫມາຍຄ້າຍຄືກັນ. ພວກເຂົາເນັ້ນຫນັກວ່າການຕອບຮັບທີ່ຖືກຕ້ອງຕໍ່ຂໍ້ຄວາມຂອງການຕັດສິນຂອງພຣະຢາເວແມ່ນຄວາມທຸກໂສກອັນໃຫຍ່ຫລວງ. ອາດແປໄດ້ອີກວ່າ: "ຫລັງຈາກນັ້ນສອນຄົນອື່ນເຖິງວິທີທີ່ໄຫວ້ທຸກ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)