lo_tn/jer/09/17.md

2.5 KiB

ຂໍ້​ມູນ​ທົ່ວ​ໄປ:

ພຣະຢາເວບອກປະຊາຊົນຢູດາໃຫ້ໄຫວ້ທຸກ ຍ້ອນການທຳ ລາຍແຜ່ນດິນທີ່ຈະມາເຖິງ.

ຈົ່ງພິຈາລະນາເບິ່ງ ແລະ ເອີ້ນນາງຮ້ອງໄຫ້ມາ; ຈົ່ງໃຫ້ພວກນາງມາ. ໃຫ້ຄົນໄປນຳພວກຜູ້ຍິງມືອາຊີບໃນການສົ່ງສຽງຮ້ອງຄາງໃຫ້ພວກນາງມາ

ອາດແປໄດ້ອີກວ່າ: "ເອົາແມ່ຍິງຜູ້ທີ່ໄດ້ຮັບການຝຶກໃນການໄຫວ້ທຸກ ແລະ ເອົາແມ່ຍິງເຫລົ່ານັ້ນມາທີ່ນີ້." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ເອີ້ນນາງຮ້ອງໄຫ້ມາ

"ເອີ້ນຜູ້ຍິງທີ່ເປັນນັກຮ້ອງມືອາຊີບໃນງານສົບ"

ປ່ອຍໃຫ້ພວກນາງຮີບມາ

ອາດແປໄດ້ອີກວ່າ: "ບອກພວກຜູ້ຍິງໃຫ້ມາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ໃຫ້ຄົນໄປນຳພວກຜູ້ຍິງມືອາຊີບໃນການສົ່ງສຽງຮ້ອງຄາງໃຫ້ພວກນາງມາ

ອາດແປໄດ້ອີກວ່າ: "ສົ່ງຄົນອອກໄປເອີ້ນເອົາແມ່ຍິງທີ່ມີຄວາມຊຳນານ."

ປ່ອຍໃຫ້ພວກນາງຮີບມາ ແລະ ຮ້ອງຄາງເພື່ອເຮົາທັງຫລາຍ

ພຣະຢາເວກ່າວສິ່ງທີ່ປະຊາຊົນຢູດາຈະກ່າວໃນເວລາທີ່ຄວາມພິນາດມາເຖິງ. ອາດແປໄດ້ອີກວ່າ: "ບອກໃຫ້ແມ່ຍິງຮີບຮ້ອນແລະ ຮ້ອງເພງໄຫວ້ທຸກສຳລັບພວກເຮົາ."

ເພື່ອດວງຕາຂອງພວກນາງຈະມີນ້ຳຕາໄຫລ ແລະ ຫນັງຕາຂອງເຮົາຈະມີນ້ຳຕາໄຫລອອກມາ

ອາດແປໄດ້ອີກວ່າ: "ດັ່ງນັ້ນພວກເຮົາຈະຮ້ອງໄຫ້ຢ່າງແຮງ."