lo_tn/jer/09/10.md

3.4 KiB

ຂໍ້​ມູນ​ທົ່ວ​ໄປ:

ພຣະຢາເວສືບຕໍ່ເວົ້າກ່ຽວກັບປະຊາຊົນຢູດາຕໍ່ໄປ. ໃນຂໍ້ 12, ເຢເຣມີຢາມີຄໍາເຫັນ.

ຂ້ານ້ອຍຈະຮ້ອງເພງ ... ສຳລັບທົ່ງຫຍ້າເຫລົ່ານັ້ນ

ພຣະຢາເວ ກຳລັງເປັນທຸກຢູ່ໃນແຜ່ນດິນອິດສະຣາເອນ ຄືກັບວ່າເປັນບຸກຄົນທີ່ເສຍຊີວິດ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-personification]])

ທົ່ງຫຍ້າ

"ທົ່ງນາທີ່ສັດລ້ຽງ"

ເພາະວ່າມັນຖືກເຜົາເສຍ

"ເພາະວ່າຜູ້ໃດຜູ້ຫນຶ່ງໄດ້ເຜົາທົ່ງຫຍ້າ ແລະ ທົ່ງຫຍ້າລ້ຽງສັດ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ບໍ່ມີຜູ້ໃດຜ່ານໄປມາ ບໍ່ໄດ້ຍິນສຽງສັດລ້ຽງຮ້ອງ

"ບໍ່ມີໃຜຈະໄດ້ຍິນສຽງສັດລ້ຽງ"

ເປັນບ່ອນຢູ່ຂອງຫມາປ່າ

"ສະຖານທີ່ສຳລັບພວກໂຈນລົບລີ້"

ຫມາປ່າ

ຫມາປ່າທີ່ໂຫດຮ້າຍ

ເປັນບ່ອນຮ້າງເປົ່າ ບໍ່ມີຄົນອາໄສ

"ສະຖານທີ່ບ່ອນທີ່ບໍ່ມີຜູ້ຄົນອາໄສຢູ່"

ໃຜເປັນຄົນມີປັນຍາພຽງພໍທີ່ຈະເຂົ້າໃຈຄວາມນີ້ໄດ້?

ອາດແປໄດ້ອີກວ່າ: "ຖ້າຜູ້ທຳນວາຍຂອງທ່ານມີປັນຍາແທ້ໆ, ພວກເຂົາຄວນຮູ້ວ່າເປັນຫຍັງດິນແດນຈຶ່ງຖືກທຳລາຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ມີຜູ້ໃດທີ່ປາກຂອງພຣະຢາເວໄດ້ກ່າວແກ່ຕົນ, ແລະລາວຈຶ່ງປະກາດຄວາມນັ້ນໄດ້?

ອາດແປໄດ້ອີກວ່າ: "ຖ້າພຣະຢາເວເວົ້າກັບຜູ້ທຳນວາຍຂອງທ່ານແທ້ໆ, ພວກເຂົາຄວນຈະສາມາດບອກທ່ານສິ່ງທີ່ ພຣະຢາເວເວົ້າກ່ຽວກັບການທຳລາຍແຜ່ນດິນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເຫດໃດແຜ່ນດິນຈຶ່ງພັງທະລາຍ?

ອາດແປໄດ້ອີກວ່າ: "ແຕ່ຜູ້ທຳນວາຍຂອງທ່ານບໍ່ສະຫລາດ ແລະ ພຣະຢາເວບໍ່ໄດ້ເວົ້າກັບພວກເຂົາ, ດັ່ງນັ້ນພວກເຂົາບໍ່ຮູ້ວ່າເປັນຫຍັງດິນຢູ່ໃນສະພາບຫັກພັງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)