lo_tn/jer/08/18.md

4.3 KiB

ຂໍ້​ມູນ​ທົ່ວ​ໄປ:

ເຢເຣມີຢາ ແລະ ພຣະຢາເວມີການສົນທະນາກ່ຽວກັບປະຊາຊົນຢູດາ.

ຄວາມທຸກເສົ້າໂສກຂອງຂ້ານ້ອຍບໍ່ມີທີ່ສິ້ນສຸດ, ແລະ ຈິດໃຈຂອງຂ້ານ້ອຍກໍປ່ວຍຢູ່.

ຂໍ້ພຣະຄຳພີທີ່ຍາກໃນພາສາເຮັບເຣີນີ້ຖືກຕີຄວາມໃນຫລາຍແບບໂດຍພຣະຄຳພີສະບັບໄຫມ່.

ຄວາມໂສກເສົ້າຂອງຂ້ານ້ອຍບໍ່ມີວັນສິ້ນສຸດ

ຄຳວ່າ "ຂອງຂ້ານ້ອຍ" ຫມາຍເຖິງເຢເຣມີຢາ. ອາດແປໄດ້ອີກວ່າ: "ຂ້ອຍເສົ້າໃຈຫລາຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hyperbole)

ແລະຈິດໃຈຂອງຂ້ານ້ອຍກໍປ່ວຍຢູ່.

ຄຳວ່າ "ຂອງຂ້ອຍ" ຫມາຍເຖິງເຢເຣມີຢາ. ອາດແປໄດ້ອີກວ່າ: "ຂ້ານ້ອຍຮູ້ສຶກບໍ່ສະບາຍໃນເລິກຈິດໃຈຂອງຂ້ານ້ອຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ເບິ່ງແມ! ມີສຽງກີດຮ້ອງຂອງລູກສາວແຫ່ງປະຊາຊົນຂອງເຮົາຈາກດິນແດນຫ່າງໄກ!

ເຢເຣມີຢາ ກຳລັງເວົ້າກ່ຽວກັບປະຊາຊົນຢູດາ. ຄວາມຫມາຍວ່າທີ່ເປັນໄປໄດ້ແມ່ນ 1) "ປະຊາຊົນຢູດາຮຽກຮ້ອງອອກຈາກການເປັນຊະເລີຍ ໃນແຜ່ນດິນທີ່ຫ່າງໄກ" ຫລື 2) "ປະຊາຊົນຢູດາຮຽກຮ້ອງອອກມາຈາກທົ່ວແຜ່ນດິນອິດສະຣາເອນ."

ລູກສາວແຫ່ງປະຊາຊົນຂອງເຮົາ

ອິດສະຣາເອນຖືກປຽບທຽບເປັນລູກສາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ບໍ່ແມ່ນ Yahweh ໃນສີໂອນ

ເຢຣູຊາເລັມຖືກເອີ້ນວ່າສີໂອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພຣະຢາເວບໍ່ໄດ້ສະຖິດໃນຊີໂອນແລ້ວບໍ? ກະສັດຂອງເມືອງນັ້ນບໍ່ຢູ່ໃນນັ້ນແລ້ວບໍ?

ເຢເຣມີບອກສິ່ງທີ່ປະຊາຊົນຢູດາກຳລັງເວົ້າ. ຄຳຖາມສອງຂໍ້ສະແດງໃຫ້ເຫັນວ່າປະຊາຊົນຢູດາ ກຳລັງສົງໄສວ່າເປັນຫຍັງ ພຣະຢາເວຈຶ່ງບໍ່ຊ່ວຍພວກເຂົາ. ອາດແປໄດ້ອີກວ່າ: "ເປັນຫຍັງພຣະຢາເວຈຶ່ງບໍ່ຊ່ວຍພວກເຮົາຖ້າພຣະອົງເປັນກະສັດໃນເຢຣູຊາເລັມ?" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-explicit]])

ເປັນຫຍັງພວກເຂົາຈຶ່ງຍົວະໃຫ້ເຮົາໂກດຮ້າຍດ້ວຍຮູບເຄົາລົບຂອງພວກເຂົາ ແລະດ້ວຍພະຕ່າງດ້າວຂອງພວກເຂົາ?

ຄຳວ່າ "ເຮົາ" ຫມາຍເຖິງ ພຣະຢາເວ. ອາດແປໄດ້ອີກວ່າ: "ຖ້າພວກເຂົາຕ້ອງການໃຫ້ເຮົາຊ່ວຍພວກເຂົາ, ພວກເຂົາຈະບໍ່ເຮັດຜິດຕໍ່ສູ້ເຮົາໂດຍການນະມັດສະການຮູບເຄົາລົບຂອງພວກເຂົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)