lo_tn/jer/08/14.md

2.4 KiB

ຂໍ້​ມູນ​ທົ່ວ​ໄປ:

ພຣະຢາເວສືບຕໍ່ຂໍ້ຄວາມຂອງພຣະອົງໂດຍບອກພວກເຮົາວ່າປະຊາຊົນຢູດາຈະເວົ້າຫຍັງໃນເວລາແຫ່ງການລົງໂທດຂອງພວກເຂົາ.

ເປັນຫຍັງເຮົາຈຶ່ງນັ່ງຢູ່ທີ່ນີ້?

ອາດແປໄດ້ອີກວ່າ: "ພວກເຮົາບໍ່ຄວນຢູ່ທີ່ນີ້." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຈົ່ງພາກັນມາ; ໃຫ້ພວກເຮົາເຂົ້າໄປໃນບັນດາຫົວເມືອງທີ່ມີປ້ອມ

ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 4:4.

ເມືອງທີ່ມີປ້ອມ

"ບັນດາເມືອງທີ່ມີກຳແພງສູງ ແລະ ມີທະຫານປ້ອງກັນ"

ແລະ ພວກເຮົາຈະມິດງຽບຢູ່ໃນຄວາມຕາຍ

ອາດແປໄດ້ອີກວ່າ: "ແລະ ພວກເຮົາຈະຕາຍຢູ່ທີ່ນັ້ນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-euphemism)

ເພາະພຣະຢາເວ ພຣະເຈົ້າຂອງເຮົາຈະຊົງໃຫ້ເຮົານັ່ງມິດ

ອາດແປໄດ້ອີກວ່າ: "ເພາະວ່າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຈະປະຫານພວກເຮົາ."

ພຣະອົງຈະໃຫ້ເຮົາດື່ມຍາພິດ

"ພຣະອົງຈະເຮັດໃຫ້ພວກເຮົາດື່ມຍາພິດ" ຫມາຍເຖິງການພິພາກສາຂອງພຣະເຈົ້າ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-hyperbole]])

ແຕ່ເບິ່ງແມ, ມີແຕ່

"ແຕ່ຈົ່ງເຂົ້າໃຈເທີດ, ວ່າມັນຈະມີ"

ແຕ່ບໍ່ມີຄວາມດີຫຍັງມາເລີຍ

"ແຕ່ຈະບໍ່ມີຫຍັງດີເກີດຂື້ນ"