lo_tn/jer/08/06.md

3.0 KiB

ຂໍ້​ມູນ​ທົ່ວ​ໄປ:

ພຣະຢາເວກຳລັງເວົ້າກ່ຽວກັບປະຊາຊົນຢູດາ.

ບໍ່ໄດ້ເວົ້າສິ່ງຖືກຕ້ອງ

"ບໍ່ໄດ້ເວົ້າໃນສິ່ງທີ່ຖືກຕ້ອງ"

ຈາກຄວາມຊົ່ວຂອງຕົນ

"ຍ້ອນຄວາມຊົ່ວຮ້າຍຂອງລາວ"

ຂ້ານ້ອຍໄດ້ເຮັດຫຍັງໄປແລ້ວ

ອາດແປໄດ້ອີກວ່າ: "ຂ້ານ້ອຍໄດ້ເຮັດສິ່ງທີ່ຊົ່ວຮ້າຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ທຸກຄົນຫັນໄປຕາມທາງທີ່ຕົນປາດຖະຫນາ

"ປະຊາຊົນທັງຫມົດຍັງດຳເນີນການຊົ່ວຕໍ່ໄປ." ພຣະຢາເວປຽບທຽບຄວາມກະຕືລືລົ້ນຂອງພວກເຂົາທີ່ຈະເຮັດຄວາມຊົ່ວກັບການແລ່ນ. ອາດແປໄດ້ອີກວ່າ: "ປະຊາຊົນທັງຫມົດສືບຕໍ່ກະຕືລືລົ້ນກະທຳຄວາມຊົ່ວຄືກັນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຫມືອນກັບມ້າແລ່ນເຂົ້າໄປໃນສົງຄາມ.

ປະຊາຊົນມີຄວາມກະຕືລືລົ້ນທີ່ສຸດທີ່ຈະເຮັດຄວາມຊົ່ວຄືກັບມ້າທີ່ແລ່ນໄປສູ່ການສູ້ຮົບ ເພາະວ່າມັນມີຄວາມກະຕືລືລົ້ນທີ່ຈະເຂົ້າໄປໃນການສູ້ຮົບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ມ້າ

ຄຳວ່າ “ມ້າ” ຫມາຍເຖິງມ້າເພດຜູ້.

ເຖິງວ່ານົກຍາງເທິງຟ້າຍັງຮູ້ຈັກເວລາກຳນົດຂອງມັນ; ແລະນົກເຂົາ, ນົກນາງແອ່ນ, ແລະນົກກຽນ

"ນົກຮູ້ເວລາທີ່ພວກມັນຄວນຈະອົບພະຍົບຍ້າຍອອກຈາກເຂດທີ່ຫນາວເຢັນ ເພື່ອໄປຫາເຂດທີ່ອົບອຸ່ນ.

ນົກຍາງ....ນົກເຂົາ, ນົກນາງແອ່ນ, ແລະນົກກຽນ

ທັງຫມົດເຫລົ່ານີ້ແມ່ນນົກປະເພດຕ່າງໆທີ່ບິນໄປບ່ອນອົບອຸ່ນກ່ອນທີ່ບ່ອນນັ້ນຈະຫນາວເຢັນ.

ພວກມັນໄດ້ອົບພະຍົບຕາມເວລາຂອງມັນ

"ໄປຈາກບ່ອນທີ່ຫນາວເຢັນຫາບ່ອນທີ່ອົບອຸ່ນ"