lo_tn/jer/07/08.md

3.7 KiB

ຂໍ້​ມູນ​ທົ່ວ​ໄປ:

ພຣະຢາເວສືບຕໍ່ເວົ້າກັບປະຊາຊົນຢູດາ ຜ່ານທາງຜູ້ປະກາດພຣະຄຳເຢເຣມີຢາ.

ເບິ່ງແມ!

ຄຳວ່າ "ເບິ່ງແມ" ສະແດງໃຫ້ເຫັນວ່າຄຳຖາມຕໍ່ໄປນີ້ມີຄວາມ ສຳຄັນຫລາຍ.

ພວກເຈົ້າກຳລັງໄວ້ໃຈໃນຄຳຕົວະທັງຫລາຍ ທີ່ບໍ່ໄດ້ຊ່ວຍເຈົ້າເລີຍ

"ເຈົ້າຄິດວ່າເຮົາຈະຊ່ວຍເຢຣູຊາເລັມ ເພາະວ່າເຮົາຈະປົກປ້ອງວິຫານຂອງເຮົາ. ແຕ່ນັ້ນແມ່ນຄຳຕົວະ!"

ເຈົ້າຈະລັກສິ່ງຂອງ, ຂ້າຄົນ, ແລະລ່ວງປະເວນີຫລື?

"ທ່ານລັກ, ຂ້າ, ແລະ ຫລິ້ນຊູ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເຈົ້າຈະສາບານດ້ວຍຄຳບໍ່ຈິງ ແລະຖວາຍບູຊາແກ່ພະບາອານ ແລະຂາບໄຫວ້ພະອື່ນໆ ທີ່ພວກເຈົ້າທັງຫລາຍບໍ່ຮູ້ຈັກຫລື?

"ທ່ານຕົວະແມ້ແຕ່ຢູ່ໃນຄໍາສາບານຂອງທ່ານ ແລະນະມັດສະການພະບາອານ ແລະ ພະເຈົ້າອົງໃຫມ່ອື່ນໆ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ແລ້ວເຈົ້າກໍມາຢືນຢູ່ຕໍ່ຫນ້າເຮົາໃນພຣະວິຫານຂອງເຮົາແຫ່ງນີ້ຊຶ່ງເອີ້ນອອກນາມຊື່ຂອງເຮົາແລ້ວກໍເວົ້າວ່າ, “ພວກເຮົາທັງຫລາຍໄດ້ຮັບການຊ່ວຍກູ້ແລ້ວ.” ດັ່ງນັ້ນເຈົ້າສາມາດເຮັດສິ່ງທີ່ຫນ້າກຽດຫນ້າຊັງເຫລົ່ານັ້ນທັງຫມົດອີກຫລື?

"ຫລັງຈາກນັ້ນ, ເຈົ້າມາຮອດວິຫານຂອງເຮົາ ແລະ ເວົ້າວ່າ 'ພຣະຢາເວຈະຊ່ວຍພວກເຮົາ" ເພື່ອວ່າທ່ານຈະສາມາດສືບຕໍ່ເຮັດບາບຢ່າງຫລວງຫລາຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ໃນພຣະວິຫານ, ຊຶ່ງເອີ້ນອອກນາມຊື່ຂອງເຮົາ, ໄດ້ກາຍເປັນຖໍ້າຂອງພວກໂຈນ ໃນສາຍຕາຂອງພວກເຈົ້າໄປແລ້່ວຫລື?

"ວິຫານນີ້ແມ່ນ ... ຖໍ້າແຫ່ງຫນຶ່ງໃນສາຍຕາຂອງເຈົ້າ!" ຫລື "ທ່ານປະຕິບັດຄືກັບວ່າທ່ານຄິດວ່າວິຫານຂອງເຮົາ ... ຄວນເປັນສະຖານທີ່ທີ່ພວກໂຈນສາມາດໄປລີ້ຊ່ອນ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ໂຈນ

"ໂຈນ" ຫລື "ຄົນທີ່ລັກສິ່ງຂອງຈາກຄົນອື່ນ"

ຄຳປະກາດຂອງພຣະຢາເວ.

ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ JER 1:7.