lo_tn/jer/07/03.md

1.9 KiB

ຂໍ້​ມູນ​ທົ່ວ​ໄປ:

ນີ້ແມ່ນຂໍ້ຄວາມທີ່ພຣະຢາເວຕ້ອງການໃຫ້ ເຢເຣມີຢາມອບໃຫ້ແກ່ຊາວຢູດາ.

ຈົ່ງປ່ຽນທາງທັງຫລາຍຂອງພວກເຈົ້າ ແລະ ກະທຳການດີ

"ນຳໃຊ້ຊີວິດທີ່ດີ ແລະ ເຮັດສິ່ງທີ່ດີ"

ຢູ່ທີ່ນີ້

ນີ້ຫມາຍເຖິງແຜ່ນດິນອິດສະຣາເອນ, ເຊິ່ງມີພຣະວິຫານເປັນສູນກາງ.

ໃຫ້ຕົວພວກເຈົ້າເຊື່ອຄຳຕົວະເຫລົ່ານີ້ທີ່ວ່າ

"ຢ່າປ່ອຍໃຫ້ຕົວເອງໄວ້ວາງໃຈໃນຄຳເວົ້າທີ່ບໍ່ຖືກຕ້ອງ ໂດຍການເວົ້າ"

ພຣະວິຫານຂອງພຣະຢາເວ! ພຣະວິຫານຂອງພຣະຢາເວ! ພຣະວິຫານຂອງພຣະຢາເວ!

ປະຊາຊົນເລົ່າປະໂຫຍກນີ້ສາມຄັ້ງເພື່ອເນັ້ນຫນັກເຖິງຈຸດຫມາຍ. ມັນຫມາຍຄວາມວ່າ, ນັບຕັ້ງແຕ່ພຣະວິຫານເປັນຂອງພຣະຢາເວ, ພຣະອົງຈະສາມາດປົກປ້ອງວິຫານ ແລະ ປະຊາຊົນຢູດາຈະປອດໄພ. ອາດແປໄດ້ອີກວ່າ: "ນີ້ແມ່ນພຣະວິຫານຂອງພຣະຢາເວ ສະນັ້ນມັນແນ່ນອນວ່າບໍ່ມີໃຜສາມາດທໍາລາຍມັນໄດ້ ແລະ ພວກເຮົາກໍ່ປອດໄພ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)