lo_tn/jer/06/27.md

3.7 KiB

ຂໍ້​ມູນ​ທົ່ວ​ໄປ:

ພຣະຢາເວກຳລັງເວົ້າ.

ເປັນຜູ້ທົດລອງທ່າມກາງໄພ່ພົນຂອງເຮົາ ເຫມືອນກັບການທົດລອງໂລຫະ

"ບຸກຄົນຜູ້ທີ່ຈະທົດສອບປະຊາກອນຂອງເຮົາ." ພຣະຢາເວກຳລັງປຽບທຽບ ເຢເຣມີຢາ ວ່າເປັນຄົນທີ່ທົດສອບເງິນເພື່ອຊອກຫາວ່າບໍລິສຸດແນວໃດ. ຜູ້ຄົນເປັນຄືກັບເງິນທີ່ ເຢເຣມີຢາ ກຳລັງທົດສອບ ແລະ ບາບຂອງພວກເຂົາແມ່ນສິ່ງທີ່ບໍ່ສະອາດໃນເງິນນັ້ນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ຈະໄດ້ກວດສອບ

"ຈະໄດ້ພົບ"

ຫົນທາງຂອງພວກເຂົາ

ອາດແປໄດ້ອີກວ່າ: "ສິ່ງທີ່ພວກເຂົາເຮັດ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຜູ້ທີທຽວໄປທົ່ວ ເພື່ອປັ່ນປ່ວນຄົນອື່ນ

"ແລະ ຫມິ່ນປະມາດຄົນອື່ນຕະຫລອດເວລາ"

ທອງຄຳ ແລະເຫລັກກ້າ

ໂລຫະເຫລົ່ານີ້ບໍ່ແມ່ນເງິນທີ່ພຣະຢາເວຕ້ອງການ. ເງິນສະແດງເຖິງຄວາມຊອບທຳທີ່ ພຣະຢາເວປາຖະຫນາ. ອາດແປໄດ້ອີກວ່າ: "ບໍ່ສະອາດ ແລະ ຊົ່ວຊ້າ."

ເຄື່ອງເປົ່າລົມຂອງພວກເຂົາ ເປົ່າຢ່າງດຸເດືອດດ້ວຍໄຟທີ່ເຜົາຜານພວກເຂົາ; ເຫລັກກໍຖືກຫລອມໃນແປວໄຟ.

ໄຟທີ່ຫລອມເງິນນັ້ນຮ້ອນຫລາຍຈົນວ່າມັນຈະເຜົາຜານ. (ເຕົາສູບລົມແມ່ນອຸປະກອນທີ່ໃຊ້ໃນການລະບາຍອາກາດເປັນຈຳນວນຫລວງຫລາຍເປົ່າລົມເຂົ້າໄປໃນເຕົາໄຟທີ່ເຜົາ ໄຫມ້). ຜູ້ຫລອມເພີ່ມນໍ້າແຮ່ເງິນເຂົ້າໄປ ເພື່ອກັ່ນເອົາສິ່ງເຈືອປົນທີ່ບໍ່ສະອາດອອກ, ແຕ່ຜູ້ຫລອມພັດກຳລັງຂາດແຮ່ເງິນ. ປະໂຫຍກເຫລົ່າານີ້ເນັ້ນຫນັກວ່າຜູ້ຫລອມເງິນ ກຳລັງເຮັດວຽກຫນັກເພື່ອກັ່ນເງິນ.

ເຫລັກກໍຖືກຫລອມໃນແປວໄຟ

"ຜູ່ຫລອມຍັງສືບຕໍ່ຫລອມຕໍ່ໄປ"

ເພາະຄວາມຊົ່ວກໍຍັງບໍ່ໄດ້ສູນຫາຍໄປເລີຍ

ອາດແປໄດ້ອີກວ່າ: "ເພາະວ່າສ່ວນທີ່ບໍ່ດີບໍ່ຫາຍໄປ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ພວກເຂົາຈະຖືກເອີ້ນວ່າເງິນໃຊ້ບໍ່ໄດ້

ອາດແປໄດ້ອີກວ່າ: "ຜູ້ຄົນຈະເອີ້ນພວກເຂົາວ່າ 'ເງິນທີ່ບໍ່ມີຄ່າ'"