lo_tn/jer/06/20.md

2.8 KiB

ກຳຍານທີ່ຂຶ້ນມາຈາກເມືອງເຊບາຈະເປັນປະໂຫຍດອັນໃດແກ່ເຮົາ? ຫລືກິ່ນຫອມທັງຫລາຍຈາກເມືອງໄກມາໃຫ້ເຮົາເພື່ອຫຍັງ?

ອາດແປໄດ້ອີກວ່າ: "ຂ້ອຍບໍ່ຕ້ອງການກຳຍານທີ່ມາຈາກເມືອງເຊບາ ຫລື ນໍ້າມັນຫອມຈາກແຜ່ນດິນທີ່ຢູ່ໄກ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ກິ່ນຫອມທັງຫລາຍ

ກິ່ນຫອມນີ້ໄດ້ຖືກນຳໃຊ້ ເພື່ອນະມັດສະການພຣະເຈົ້າທີ່ພຣະວິຫານ.

ບໍ່ເປັນທີ່ຍອມຮັບສຳລັບເຮົາເອງ

"ບໍ່ເປັນທີ່ພໍໃຈເຮົາ" ຫລື "ບໍ່ໄດ້ເຮັດໃຫ້ເຮົາມີຄວາມສຸກ"

ເບິ່ງແມ

ຄຳວ່າ "ເບິ່ງແມ" ທີ່ນີ້ເພີ່ມຄວາມຫມາຍໃຫ້ກັບສິ່ງທີ່ຕາມມາ. ອາດແປໄດ້ອີກວ່າ: "ແທ້ຈິງ"

ເຮົາກຳລັງຈະວາງເຄື່ອງສະດຸດໄວ້, ໃຫ້ຄົນເຫລົ່ານີ້ຕຳສະດຸດ

"ຂ້ອຍກຳລັງຈະວາງອຸປະສັກຢູ່ຕໍ່ຫນ້າປະຊາຊົນນີ້." ພຣະຢາເວອະທິບາຍເຖິງຄວາມຫຍຸ້ງຍາກຕ່າງໆທີ່ລາວຈະໃຫ້ແກ່ປະຊາຊົນອິດສະຣາເອນວ່າເປັນ "ການຕຳສະດຸດ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ການຕຳສະດຸດ

ຄວາມຫຍຸ້ງຍາກ

ເຫນືອມັນ

"ເຫນືອພວກມັນ"

ທັງພໍ່ ແລະ ລູກຊາຍທັງຫລາຍຂອງພວກເຂົາ

ອາດແປໄດ້ອີກວ່າ: "ພໍ່ແລະລູກຊາຍ ທັງສອງສະດຸດລົ້ມ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

ທັງຜູ້ພັກອາໄສ ແລະ ເພື່ອນບ້ານ

"ເພື່ອນບ້ານ ແລະ ຫມູ່ພື່ອນຂອງພວກເຂົາ"

ຖືກບຸກລະດົມ ໃຫ້ມາຈາກສ່ວນໄກສຸດຂອງແຜ່ນດິນ

"ໄດ້ກາຍເປັນການບຸກລະດົມເພື່ອທີ່ຈະມາຈາກສະຖານທີ່ໄກໄປທາງທິດເຫນືອ"